ອິດສະຣາແອນຫຼອນໂຈມຕີທາງອາກາດເຂົ້າໃສ່ເຂດກາຊາຢ່າງຕໍ່ເນື່ອງ

2023-10-30 10:40:38 cri

    ນັບແຕ່ກາງຄືນວັນທີ 29 ຕຸລາຫາຕອນຂ້ອນແຈ້ງວັນທີ 30 ຕຸລານີ້, ທະຫານອິດສະຣາແອນໄດ້ຫຼອນໂຈມຕີທາງອາກາດເຂົ້າໃສ່ເຂດກາຊາຢ່າງຕໍ່ເນື່ອງ. ສາຍໃຍແກ້ວ ແລະ ລະບົບໂທລະຄົມຢູ່ພາກເໜືອເຂດກາຊາພັງເສຍຫາຍຕື່ມອີກ, ແຕ່ອິດສະຣາແອນຍັງຕັດຂາດນ້ຳ ແລະ ໄຟຄືເກົ່າ.

    ມື້ດຽວກັນ, ທ່ານ ເຊເຢດ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານກ່າວຜ່ານສື່ສັງຄົມອອນລາຍວ່າ: ການກະທຳຂອງອິດສະຣາແອນໄດ້ກ້າວຂ້າມເສັ້ນເຕືອນໄພສີແດງ, ອາດຈະບັງຄັບໃຫ້ອີຣານໃຊ້ການເຄື່ອນໄຫວໃດໜຶ່ງເພື່ອຕອບໂຕ້. ທ່ານກ່າວຕື່ມວ່າ: ອາເມຣິກາຮຽກຮ້ອງໃຫ້ອີຣານຢ່າໃຊ້ການເຄື່ອນໄຫວໃດໆ, ແຕ່ລັດຖະບານອາເມຣິກາຊ້ຳພັດສະໜອງການສະໜັບສະໜູນຢ່າງຫຼວງຫຼາຍໃຫ້ອິດສະຣາແອນ.