ໄລຍະ 3 ອາທິດຜ່ານມາ ມີເດັກນ້ອຍປາແລັດສະຕີນເສຍຊີວິດປະມານ 3.500 ຄົນຈາກການຫຼອນໂຈມຕີຂອງອິດສະຣາແອນ

2023-10-31 10:53:17 cri


   ຕາມຂ່າວຈາກໂທລະພາບອາຣາບີຢາລາຍງານໃນວັນທີ 31 ຕຸລານີ້ໃຫ້ຮູ້ວ່າ: ທ່ານ ຢາດ ມານຊົວ ຜູ້ຕາງໜ້າຖາວອນຂອງປາແລັດສະຕີນປະຈຳອົງການສະຫະປະຊາຊາດກ່າວວ່າ: ໄລຍະ 3 ອາທິດຜ່ານມາ ມີເດັກນ້ອຍປາແລັດສະຕີນເສຍຊີວິດປະມານ 3.500 ຄົນຈາກການຫຼອນໂຈມຕີຂອງອິດສະຣາແອນ.


   ທ່ານມານຊົວໄດ້ຕຳໜິອິດສະຣາແອນມີເຈຕະນາບັງຄັບໃຫ້ຊາວປາແລັດສະຕີນສູນເສຍບ່ອນຢູ່ອາໄສ,ທັງເນັ້ນໜັກວ່າປັດຈຸບັນ ຢູ່ເຂດກາຊາບໍ່ມີບ່ອນປອດໄພ. ທ່ານຮຽກຮ້ອງໃຫ້ຢຸດຍິງໃນທັນທີແລະຮັບປະກັນໃຫ້ການຂົນສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳໄປເຖິງທຸກແຫ່ງຂອງເຂດກາຊາ.


   ກ່ອນໜ້ານີ້,ທ່ານນາງແຄັດເທິຣິນ ຣັດເຊວ ຫົວໜ້າປະຕິບັດງານຂອງອົງການກອງທຶນສຳຫຼັບເດັກແຫ່ງອົງການສະຫະປະຊາຊາດກ່າວວ່າ: ຢູ່ເຂດກາຊາ ແຕ່ລະມື້ມີເດັກນ້ອຍ 420 ກວ່າຄົນຖືກສັງຫານເສຍຊີວິດຫຼືໄດ້ຮັບບາດເຈັບ.