ປະທານາທິບໍດີຣັດເຊຍ:ອາເມຣິກາປຸກປັ່ນການປະທະກັນຢູ່ພາກພື້ນເພື່ອໄດ້ຮັບຜົນປະໂຫຍດຈາກສິ່ງນັ້ນ

2023-10-31 11:40:19 CRI

     ວັນທີ 30 ຕຸລານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ສະມາຊິກຄະນະກຳມະການຄວາມໝັ້ນຄົງ ພ້ອມດ້ວຍຜູ້ຕາງໜ້າລັດຖະບານ ແລະ ອົງການຄວາມໝັ້ນຄົງສະຫະພັນຣັດເຊຍໄດ້ຈັດກອງປະຊຸມ ເພື່ອຫາລືກ່ຽວກັບສະຖານະການຢູ່ເຂດຕາເວັນອອກກາງ ພ້ອມດ້ວຍ ບັນຫາຊົນເຜົ່າ ແລະ ຄວາມໝັ້ນຄົງຢູ່ພາຍໃນປະເທດຣັດເຊຍ.ໃນເວລາເວົ້າເຖິງສະຖານະການປາເລັດສະຕິນ ກັບ ອິດສະຣາແອນໃນປັດຈຸບັນນີ້, ທ່ານປູຕິນກ່າວວ່າ:ອາເມຣິກາປຸກປັນການປະທະການຢູ່ທົ່ວໂລກມາໂດຍຕະຫຼອດ ແລະ ໄດ້ຮັບຜົນປະໂຫຍດຈາກສິ່ງນັ້ນ.



    ທ່ານປູຕິນກ່າວຕື່ມວ່າ, ປັດຈຸບັນ,ປະເທດສ່ວນໃຫຍ່ຂອງປະຊາຄົມໂລກລ້ວນແຕ່ຮຽກຮ້ອງໃຫ້ບັນລຸການຢຸດຍິງຢູ່ເຂດກາຊາ, ແຕ່ອາເມຣິກາ ແລະ ປະເທດບໍລິວານຕ່າງໆຊ້ຳພັດສ້າງຄວາມປັ່ນປ່ວນຢ່າງຕໍ່ເນື່ອງຢູ່ເຂດຕາເວັນອອກກາງ ແລະ ພາກພື້ນອື່ນໆຂອງໂລກ. ສ່ວນສາເຫດກໍ່ຍ້ອນວ່າ ອາເມຣິກາຢາກຮັກສາ ແລະ ສືບຕໍ່ຄວາມເປັນເຈົ້າອຳນາດຂອງປະເທດຕົນ. ສະນັ້ນ, ອາເມຣິກາ ແລະ ປະເທດບໍລິວານບໍ່ຢາກສະແຫວງຫາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ທັງບໍ່ເອົາຫົວຊານຳມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຕັ້ງຫຼາຍເທື່ອ, ສ້າງຄວາມວຸ້ນວາຍຢູ່ທົ່ວໂລກໂດຍຜ່ານຫຼາຍວິທີ ແລະ ຫຼາຍຮູບແບບຢ່າງບໍ່ຢຸດຢັ້ງ.