ແນວຄິດສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຖືກບັນທຶກເຂົ້າໃນມະຕິຄະນະກຳມະການຫຼຸດກຳລັງຮົບແລະຄວາມໝັ້ນຄົງສາກົນຂອງອົງການສປຊອີກເທື່ອໜຶ່ງ

2023-11-01 14:44:09 cri


ວັນທີ31ຕຸລາຜ່ານມານີ້, ຄະນະກຳມະການຫຼຸດກຳລັງຮົບແລະຄວາມໝັ້ນຄົງສາກົນຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ78ໄດ້ລົງຄະແນນສຽງຮັບຮອງເອົາມະຕິຫຼາຍສະບັບ ໂດຍກ່າວຢ້ຳວ່າປະຊາຄົມໂລກຄວນໃຊ້ມາດຕະການຕົວຈິງເພື່ອປ້ອງກັນການແກ້ງແຍ້ງກຳລັງຮົບຢູ່ອະວະກາດ, ຊຸກຍູ້ການນຳໃຊ້ແລະຄົ້ນຄວ້າອະວະກາດໂດຍສັນຕິ,ພ້ອມກັນອອກແຮງສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ນີ້ແມ່ນແນວຄິດສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ຈີນສະເໜີໄດ້ຖືກບັນທຶກເຂົ້າໃນມະຕິທີ່ກ່ຽວຂ້ອງຂອງຄະນະກຳມະການຫຼຸດກຳລັງຮົບແລະຄວາມໝັ້ນຄົງສາກົນຂອງກອງປະຊຸມສະມັດຊາໃຫຍ່ອົງການສປຊ 7 ປີລຽນຕິດ.


ມື້ດຽວກັນ,ທ່ານເສີນຈ້ຽນ ຜູ້ຕາງໜ້າຖາວອນຈີນປະຈຳຄະນະກຳມະການຫຼຸດກຳລັງຮົບແລະຄວາມໝັ້ນຄົງສາກົນກ່າວປາໄສໂດຍຊີ້ອອກວ່າ:ການປະຕິບັດແນວຄິດສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢູ່ອະວະກາດ,ແມ່ນເພື່ອອອກແຮງຮັບປະກັນໃຫ້ມວນມະນຸດສາມາດຮ່ວມກັນຊົມໃຊ້ຜົນໄດ້ຮັບຈາກຄວາມໝັ້ນຄົງແລະການພັດທະນາຢູ່ອະວະກາດ. ມະຕິທີ່ກ່ຽວຂ້ອງໄດ້ສ່ອງແສງໃຫ້ເຫັນຢ່າງເຕັມທີ່ເຖິງຄວາມປາດຖະໜາອັນດີງາມຂອງປະຊາຄົມໂລກໃນການປ້ອງກັນການແກ້ງແຍ້ງກຳລັງຮົບຢູ່ອະວະກາດ,ປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຢ່າງຖາວອນຢູ່ອະວະກາດ.ຈີນຮຽກຮ້ອງໃຫ້ທຸກຝ່າຍຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ,ພ້ອມກັນຊຸກຍູ້ໃຫ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢູ່ອະວະກາດ.