ຝຣັ່ງ ເຢຍລະມັນ ແລະ ອີຕາລີຈະເພີ່ມທະວີການຮ່ວມມືດ້ານປັນຍາປະດິດ

2023-11-01 11:00:16 CRI


    ວັນທີ 30 ຕຸລາແລ້ວນີ້, ກະຊວງເສດຖະກິດ, ການເງິນ ແລະ ອຸດສາຫະກຳ,ອະທິປະໄຕດີຈີຕອນຂອງຝຣັ່ງໄດ້ອອກຖະແຫຼງການວ່າ: ຝຣັ່ງ, ເຢຍລະມັນ ແລະ ອີຕາລີຕົກລົງເພີ່ມທະວີການຮ່ວມມືໃນຂົງເຂດປັນຍາປະດິດ.


    ຖະແຫຼງການລະບຸວ່າ: ຍ້ອນວ່າປັນຍາປະດິດໄດ້ສ້າງກຳລັງການປ່ຽນແປງອັນໃຫຍ່ຫຼວງ, ສະຫະພາບເອີຣົບຕ້ອງຈັດໄວ້ຢູ່ໃນຖານະແກນກາງຂອງນະໂຍບາຍອຸດສາຫະກຳ. ເຕັກນິກລັກສະນະຍຸດທະສາດນີ້ຈະສ້າງຜົນສະທ້ອນສຳຄັນທີ່ສຸດຕໍ່ກຳລັງແຮງດ້ານອຸດສາຫະກຳ,ກຳລັງການຜະລິດ ແລະ ກຳລັງແຂ່ງຂັນຂອງສະຫະພາບເອີຣົບ. ທ່າແຮງດ້ານການແຂ່ງຂັນຢູ່ໃນໂລກຂອງສະຫະພາບເອີຣົບແມ່ນຂຶ້ນຢູ່ກັບຄວາມສາມາດດ້ານການນຳໃຊ້ປັນຍາປະດິດຢ່າງມີປະສິດທິຜົນ.