ໄພຂົ່ມຂູ່ຈາກການຫຼອນໂຈມຕີທີ່ແນໃສ່ຊາວອາເມຣິກາໄດ້ຂຶ້ນສູ່ລະດັບໃໝ່

2023-11-01 14:50:28 cri


ວັນທີ31ຕຸລາຜ່ານມານີ້,ທ່ານ ຄຣີສໂຕເຟີ ໄວຣ ຫົວໜ້າອົງການສືບສວນຫາງ ຫຼື FBI ຂອງສະຫະລັດອາເມຣິກາໄດ້ກ່າວເຕືອນໃນກອງປະຊຸມຄວາມໝັ້ນຄົງທາງດິນແດນແຫ່ງຊາດຂອງລັດຖະສະພາອາເມຣິກາວ່າ:ຍ້ອນການປະທະກັນຢ່າງຕໍ່ເນື່ອງຢູ່ພາກຕາເວັນອອກກາງ, ໄພຂົ່ມຂູ່ຈາກການຫຼອນໂຈມຕີທີ່ແນໃສ່ຊາວອາເມຣິກາໄດ້ຂຶ້ນສູ່ລະດັບໃໝ່ແລ້ວ.


ທ່ານຄຣີສໂຕເຟີ ໄວຣເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເກີດການປະທະກັນຄັ້ງໃຫຍ່ຮອບໃໝ່ໃນວັນທີ7ຕຸລາຜ່ານມານີ້,ມີອົງການກໍ່ການຮ້າຍຫຼາຍອົງການສະແດງຄຳຂົ່ມຂູ່ວ່າຈະຫຼອນໂຈມຕີອາເມຣິກາແລະປະເທດຕາເວັນຕົກ. ທ່ານກ່າວຕື່ມວ່າ: ອາເມຣິກາບໍ່ພຽງແຕ່ເປັນຫ່ວງວ່າບຸກຄົນຫຼືອົງການຢູ່ໃນອາເມຣິກາຈະລອກຮຽນແບບຮູບການດັ່ງກ່າວເພື່ອຫຼອນໂຈມຕີຊາວອາເມຣິກາຫຼືບໍ່,ຂະນະດຽວກັນ ຈະບໍ່ເບິ່ງຂ້າມຄວາມອາດເປັນໄປໄດ້ທີ່ກຸ່ມຮາມາສຫຼືອົງການຈັດຕັ້ງຕ່າງປະເທດອື່ນໆອາດຈະຫຼອນໂຈມຕີອາເມຣິກາ.