ຈີນຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນອົງການຊ່ວຍເຫຼືອຊາວອົບພະຍົບຫຼາຍຝ່າຍ

2023-11-01 16:29:39 cri


    ວັນທີ 31 ຕຸລາແລ້ວນີ້, ພາຍຫຼັງຮັບຟັງບົດລາຍງານຈາກຂ້າຫຼວງໃຫຍ່ວຽກງານຊາວອົບພະຍົບຂອງອົງການສະຫະປະຊາຊາດ, ທ່ານເກີງສວາງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນວຽກງານຂອງອົງການຊ່ວຍເຫຼືອຊາວອົບພະຍົບຫຼາຍຝ່າຍ ຄື: ໂຄງການຊາວອົບພະຍົບຂອງອົງການສະຫະປະຊາຊາດ ເປັນຕົ້ນຢ່າງແຂງແຮງ.

    ທ່ານເກີງສວາງກ່າວວ່າ: ການປະທະກັນດ້ວຍກຳລັງອາວຸດແມ່ນສາເຫດສຳຄັນທີ່ເຮັດໃຫ້ວິກິດການຊາວອົບພະຍົບໃນປັດຈຸບັນນີ້ໜັກໜ່ວງຂຶ້ນກວ່າເກົ່າ. ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຄວນປະຕິບັດໜ້າທີ່ສຳຄັນທີ່ສຸດໃຫ້ດີ ຄື: ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ໃຫ້ການຮັບປະກັນອັນເຂັ້ມແຂງແກ່ຊາວອົບພະຍົບໃນການກັບຄືນສູ່ບ້ານເກີດເມືອງນອນ. ພ້ອມກັນນັ້ນ, ການປົກປ້ອງຊາວອົບພະຍົບຕ້ອງຍຶດໝັ້ນຫຼັກການຄວາມເປັນກາງ, ຫຼີກລ່ຽງບໍ່ໃຫ້ມີສອງມາດຕະຖານ ແລະ ຫັນເປັນການເມືອງ. ການລົງໂທດພຽງລຳພັງແຕ່ຝ່າຍດຽວໄດ້ສະກັດກັ້ນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຂອງປະເທດທີ່ກ່ຽວຂ້ອງມາໂດຍຕະຫຼອດ ແລະ ໄດ້ສົ່ງຜົນກະທົບອັນໜັກໜ່ວງຕໍ່ປະເທດທີ່ກ່ຽວຂ້ອງໃນການແກ້ໄຂບັນຫາຊາວອົບພະຍົບ, ຕ້ອງຍົກເລີກທັນທີ. ປະຊາຄົມໂລກຄວນເພີ່ມທະວີການລົງທຶນເຂົ້າໃນຂົງເຂດການສ້າງສັນຕິພາບ, ສະໜັບສະໜູນໃຫ້ເຂດເກີດການປະທະກັນເລັ່ງລັດການສ້າງສາຄືນໃໝ່ພາຍຫຼັງການປະທະກັນສິ້ນສຸດລົງ, ຊ່ວຍເຫຼືອຊາວອົບພະຍົບຫຼາຍກວ່າເກົ່າກັບຄືນສູ່ບ້ານເກີດເມືອງນອນຂອງຕົນ.