ໂບລີວີຕັດສາຍພົວພັນທາງການທູດກັບອິດສະຣາແອນ

2023-11-02 17:47:33 cri


ຫວ່າງມໍ່ໆມານີ້, ລັດຖະບານໂບລີວີໄດ້ປະກາດວ່າ: ຍ້ອນໄດ້ພິຈາລະນາເຖິງໂທດກຳທີ່ອິດສະຣາແອນກໍ່ຂຶ້ນກັບປະຊາຊົນປາແລັດສະຕີນຢູ່ເຂດກາຊາ, ໂບລີວີຈຶ່ງຕົກລົງຕັດສາຍພົວພັນທາງການທູດກັບອິດສະຣາແອນ.

ກະຊວງການຕ່າງປະເທດໂບລີວີຢືນຢັນວ່າ: ຈະດຳເນີນການແລກປ່ຽນກັນຢ່າງເປັນທາງການຜ່ານຊ່ອງທາງການທູດລະຫວ່າງສອງຝ່າຍ, ການແລກປ່ຽນກັນແບບນີ້ແມ່ນສອດຄ່ອງກັບຫຼັກການແລະຈຸດປະສົງຂອງ “ກົດບັດສະຫະປະຊາຊາດ”.

ລັດຖະບານໂບລີວີຍັງຮຽກຮ້ອງໃຫ້ຍຸດຕິການໂຈມຕີຕໍ່ເຂດກາຊາ ແລະຮຽກຮ້ອງໃຫ້ຍຸດຕິການສະກັດກັ້ນບໍ່ໃຫ້ສົ່ງອາຫານ, ນ້ຳດື່ມ ແລະ ເຄື່ອງໃຊ້ປະຈຳວັນອື່ນໆເຂົ້າສູ່ເຂດປິດລ້ອມ.