ຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 3

2023-11-02 17:14:17 CRI


    ວັນທີ 2 ພະຈິກນີ້, ສື່ມວນຊົນຍີ່ປຸ່ນລາຍງານວ່າ: ມື້ດຽວກັນ, ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍຢູ່ໂຮງຜະລິດໄຟຟ້ານິວເຄລຍຟຸຄຸຊິມະລົງສູ່ທະເລຮອບທີ 3. ປະລິມານນ້ຳປົນເປື້ອນລັງສີນິວເຄລຍທີ່ລະບາຍລົງສູ່ທະເລມີປະມານ 7.800 ໂຕນ, ຄາດວ່າຈະສືບຕໍ່ລະບາຍຈົນຮອດວັນທີ 20 ພະຈິກນີ້.  


    ຂ່າວແຈ້ງໃຫ້ຮູ້ວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 4 ຂອງຍີ່ປຸ່ນຄາດວ່າຈະເລີ່ມແຕ່ຕົ້ນປີ 2024, ສ່ວນປະລິມານນ້ຳປົນເປື້ອນລັງສີນິວເຄລຍທີ່ລະບາຍລົງສູ່ທະເລມີປະມານ 3,12 ໂຕນ.