FED ຢຸດຂຶ້ນອັດຕາດອກເບັ້ຍຊົ່ວຄາວໃນເດືອນພະຈິກ

2023-11-02 17:20:10 cri


ວັນທີ1ພະຈິກນີ້,ອີງຕາມບົດບັນທຶກກອງປະຊຸມນະໂຍບາຍເງິນຕາສະບັບໃໝ່ຂອງທະນາຄານກາງອາເມຣິກາ ຫຼື FED ສະແດງໃຫ້ເຫັນວ່າ: FED ຕົກລົງຜ່ອນຄາຍມາດຕະການຂຶ້ນອັດຕາດອກເບັ້ຍໃນເດືອນພະຈິກນີ້ ໂດຍຮັກສາເປົ້າໝາຍອັດຕາດອກເບັ້ຍກອງທຶນສະຫະລັດໃຫ້ຢູ່ໃນລະຫວ່າງ 5,25-5,50%. ນີ້ແມ່ນ FED ປະກາດຜ່ອນຄາຍມາດຕະການຂຶ້ນອັດຕາດອກເບັ້ຍອີກເທື່ອໜຶ່ງ ຫຼັງຈາກ FED ຢຸດຂຶ້ນອັດຕາດອກເບັ້ຍຊົ່ວຄາວໃນເດືອນກັນຍາປີນີ້ເປັນຕົ້ນມາ.


ມື້ດຽວກັນ ທ່ານເຈໂຣເມ ໂພແວ ປະທານ FED ກ່າວວ່າ: ອັດຕາເງິນເຟີ້ຍັງສູງກວ່າລະດັບເປົ້າໝາຍຢ່າງຫຼວງຫຼາຍ,ຖ້າຢາກຫຼຸດອັດຕາເງິນເຟີ້ໃຫ້ໜ້ອຍລົງຮອດ 2% ຍັງຕ້ອງໃຊ້ເວລາດົນ; ປັດຈຸບັນ FED ບໍ່ທັນໄດ້ພິຈາລະຈາເຖິງ ທັງບໍ່ທັນໄດ້ເປິກສາຫາລືບັນຫາຫຼຸດອັດຕາດອກເບັ້ຍໃນອະນາຄົດ,ບັນຫາຂອງ FEDແມ່ນຢູ່ບ່ອນວ່າ ຕ້ອງຂຶ້ນອັດຕາດອກເບັ້ຍຕື່ມອີກຫຼືບໍ່.