ຈີນ: ອຸບັດເຫດນ້ຳປົນເປື້ອນລັງສີນິວເຄລຍຮົ່ວໄຫຼຢູ່ໂຮງໄຟຟ້ານິວເຄລຍຟຸຄຸຊິມະສະແດງໃຫ້ເຫັນອີກເທື່ອໜຶ່ງເຖິງຄວາມສຳຄັນການສ້າງຕັ້ງກົນໄກຕິດຕາມວັດແທກສາກົນໄລຍະຍາວແລະມີປະສິດທິຜົນ

2023-11-03 16:07:32 cri


ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ1ພະຈິກນີ້,ມີນັກຂ່າວຖາມວ່າ: ໃນວັນທີ25ຕຸລາແລ້ວນີ້, ອຸບັດເຫດນ້ຳປົນເປື້ອນລັງສີນິວເຄລຍຮົ່ວໄຫຼທີ່ເກີດຂຶ້ນຢູ່ໂຮງໄຟຟ້ານິວເຄລຍຟຸຄຸຊິມະປະເທດຍີ່ປຸ່ນນັ້ນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ. ຫວ່າງມໍ່ໆມານີ້, ບໍລິສັດຜະລິດໄຟຟ້າໂຕກຽວຍີ່ປຸ່ນທີ່ມີສ່ວນກ່ຽວຂ້ອງກັບອຸບັດເຫດດັ່ງກ່າວໄດ້ເປີດເຜີຍໃຫ້ຮູ້ວ່າ: ຈຳນວນຕົວຈິງທີ່ນ້ຳປົນເປື້ອນລັງສີນິວເຄລຍຮົ່ວໄຫຼນັ້ນບໍ່ແມ່ນ100ມິລີລິດຕາມທີ່ແຈ້ງໃຫ້ຮູ້ໃນເບື້ອງຕົ້ນ,ແຕ່ຫາກແມ່ນສູງກວ່າຫຼາຍສິບເທົ່າ ໂດຍບັນລຸຫຼາຍລິດ. ໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?


ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ອຸບັດເຫດເທື່ອນີ້ໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງເຖິງຄວາມສຳຄັນການສ້າງຕັ້ງກົນໄກຕິດຕາມວັດແທກສາກົນໄລຍະຍາວແລະມີປະສິດທິຜົນ. ພວກເຮົາທວງໃຫ້ຍີ່ປຸ່ນຕອບຄືນຄວາມກັງວົນຂອງປະຊາຄົມໂລກດ້ວຍທ່າທີຕັ້ງໜ້າ ແລະແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍດ້ວຍຄວາມ ຮັບຜິດຊອບສູງ.