ອົງການ ສປຊ ຮັບຮອງເອົາມະຕິ ເພື່ອເຕືອນໃຫ້ອາເມຣິກາຍຸດຕິການປິດລ້ອມກູບາ

2023-11-03 11:22:53 cri


ວັນທີ 2 ພະຈິກນີ້, ອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິດ້ວຍການລົງຄະແນນສຽງເຫັນດີ 187 ສຽງ, ຄັດຄ້ານ 2 ສຽງ ແລະ ງົດອອກສຽງ 1 ສຽງ ໂດຍໄດ້ເຕືອນໃຫ້ອາເມຣິກາອີກຄັ້ງໜຶ່ງວ່າ ຈົ່ງຍຸດຕິການປິດລ້ອມເສດຖະກິດ, ການຄ້າ ແລະ ທະນາຄານຂອງກູບາ. ໃນໂອກາດດັ່ງກ່າວ, ອາເມຣິກາ ແລະ ອິດສະຣາແອນໄດ້ລົງຄະແນນສຽງຄັດຄ້ານ.