ທ່ານປູຕີນລົງນາມກົດໝາຍເພື່ອຍົກເລີກການໃຫ້ສັດຕະຍາບັນ“ສັນຍາເກືອດຫ້າມການທົດລອງນິວເຄລຍຢ່າງຮອບດ້ານ”

2023-11-03 16:19:20 cri


ວັນທີ 2 ພະຈິກນີ້,ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ລົງນາມກົດໝາຍສະບັບໜຶ່ງ ໂດຍຍົກເລີກການໃຫ້ສັດຕະຍາບັນ“ສັນຍາເກືອດຫ້າມການທົດລອງນິວເຄລຍຢ່າງຮອບດ້ານ”


ວັນທີ2ພະຈິກນີ້ ເວັບໄຊປະທານາທິບໍດີຣັດເຊຍໄດ້ເປີດເຜີຍຂໍ້ມູນໂດຍໄດ້ອະທິບາຍວ່າ: ຣັດເຊຍສ້າງກົດໝາຍຍົກເລີກການໃຫ້ສັດຕະຍາບັນ“ສັນຍາເກືອດຫ້າມການທົດລອງນິວເຄລຍຢ່າງຮອບດ້ານ”ແມ່ນເພື່ອ ຟື້ນຟູຄວາມສະເໝີພາບດ້ານພັນທະຂອງທຸກຝ່າຍໃນຂົງເຂດຄວບຄຸມອາວຸດນິວເຄລຍ.


ກ່ອນໜ້ານີ້,ທ່ານ ດີມີຕຣີ ເປັສຄອບ ໂຄສົກປະທານາທິບໍດີຣັດເຊຍເຄີຍກ່າວວ່າ: ການຍົກເລີກການໃຫ້ສັດຕະຍາບັນ“ສັນຍາເກືອດຫ້າມການທົດລອງນິວເຄລຍຢ່າງຮອບດ້ານ”ບໍ່ໄດ້ໝາຍເຖິງຣັດເຊຍຈະທຳການທົດລອງນິວເຄລຍ.


“ສັນຍາເກືອດຫ້າມການທົດລອງນິວເຄລຍຢ່າງຮອບດ້ານ”ແມ່ນຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນປີ1996 ແລະເລີ່ມລົງນາມໃນວັນທີ24ກັນຍາປີດຽວກັນ. ຣັດເຊຍໄດ້ໃຫ້ສັດຕະຍາບັນສັນຍາສະບັບນີ້ໃນປີ2000.