ອາເມຣິກາໃຊ້ມາດຕະການລົງໂທດພຽງລຳພັງແຕ່ຝ່າຍດຽວຕໍ່ກູບາ ແລະປະເທດອື່ນໆຢ່າງຕໍ່ເນື່ອງໄດ້ລະເມີດກົດບັດອົງການສະຫະປະຊາຊາດຢ່າງໜັກໜ່ວງ

2023-11-03 11:06:37 CRI

    ວັນທີ 1 ພະຈິກນີ້, ທ່ານໄຕ້ປີ່ງ ຮອງຜູ້ຕາງໜ້າຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາກ່າວວ່າ, ອາເມຣິກາໃຊ້ມາດຕະການລົງໂທດພຽງລຳພັງແຕ່ຝ່າຍດຽວຕໍ່ກູບາ ແລະ ປະເທດອື່ນໆຢ່າງຕໍ່ເນື່ອງໄດ້ລະເມີດຈຸດປະສົງ ແລະ ຫຼັກການກົດບັດອົງການສະຫະປະຊາຊາດຢ່າງໜັກໜ່ວງ.



ໃນເວລາກອງປະຊຸມຄົບຄະນະສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ຄົ້ນຄວ້າພິຈາລະນາ “ຕ້ອງຍົກເລີກການກີດກັນດ້ານເສດຖະກິດ, ການຄ້າ ແລະ ທະນາຄານຕໍ່ກູບາຂອງອາເມຣິກາ”,ທ່ານໄຕ້ປີ່ງກ່າວຕື່ມວ່າ, ມາດຕະການເຫຼົ່ານີ້ໄດ້ທຳລາຍສິດດຳລົງຄົງຕົວແລະ ສິດການພັດທະນາຂອງປະຊາຊົນກູບາ ແລະ ປະເທດອື່ນໆຢ່າງໜັກໜ່ວງ, ບໍ່ສອດຄ່ອງກັບກະແສສາກົນທີ່ພັດທະນາໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທຳລາຍຄວາມພະຍາຍາມຂອງປະເທດທີ່ຕັ້ງໜ້າຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດຢ່າງໜັກໜ່ວງ, ຕ້ອງຍົກເລີກໃນທັນທີ.