ຈີນເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປະຈຳເດືອນພະຈິກ

2023-11-03 11:01:12 CRI

    ນັບແຕ່ວັນທີ 1 ພະຈິກນີ້ເປັນຕົ້ນໄປ, ຈີນເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປະຈຳເດືອນພະຈິກ.ມື້ດຽວກັນ, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນນິວຢອກອາເມຣິກາໄດ້ຈັດກອງປະຊຸມຫາລືພາຍໃນສະພາຄວາມໝັ້ນຄົງ ແລະ ຮັບຮອງເອົາແຜນງານຂອງອົງການສະຫະປະຊາຊາດໃນເດືອນພະຈິກນີ້.



    ທ່ານຈ່າງຈວິ່ນກ່າວວ່າ: ສະຖານະການປາແລັດສະຕິນ ກັບ ອິດສະຣາແອນເປັນວຽກງານສຳຄັນທີ່ສຸດໃນວາລະຂອງສະພາຄວາມໝັ້ນຄົງໃນເດືອນພະຈິກນີ້, ສ່ວນວຽກງານຮີບດ່ວນທີ່ຕ້ອງເຮັດໃນປັດຈຸບັນແມ່ນການຢຸດຍິງ. ໃນຖານະທີ່ເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງ, ຈີນຈະເຮັດຕາມຄວາມຮຽກຮ້ອງຂອງປະຊາຄົມໂລກ, ຮ່ວມກັນກັບບັນດາຝ່າຍທີ່ກ່ຽວຂ້ອງ, ຊຸກຍູ້ໃຫ້ສະພາຄວາມໝັ້ນຄົງດຳເນີນງານເປັນໝູ່ຄະນະທີ່ມີຄວາມຮັບຜິດຊອບ ແລະ ມີຄວາມໝາຍ.


    ອີງຕາມແຜນງານ, ສະພາຄວາມໝັ້ນຄົງຈະຄົ້ນຄວ້າພິຈາລະນາຫຼາຍບັນຫາ ເຊັ່ນ: ປາແລັດສະຕິນ ກັບ ອິດສະຣາແອນ, ຊີຣີ, ເຢແມນ ແລະ ບົດສະນີແຮກເຊໂກວິນາເປັນຕົ້ນໃນເດືອນພະຈິກນີ້. ພາຍໃຕ້ການລິເລິ່ມຂອງຈີນ, ສະພາຄວາມໝັ້ນຄົງອົງການສປຊຈະຈັດກອງປະຊຸມອະພິປາຍທົ່ວໄປໃນວັນທີ 20 ພະຈິກນີ້ໂດຍປິ່ນອ້ອມຫົວຂໍ້ “ພ້ອມກັນພັດທະນາຊຸກຍູ້ໃຫ້ມີສັນຕິພາບຖາວອນ” .