ສະຖານທູດຈີນປະຈຳຍີ່ປຸ່ນຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີຕາມຫຼັກວິທະຍາສາດ,ປອດໄພ ແລະ ໂປ່ງໃສອີກເທື່ອໜຶ່ງ

2023-11-03 10:52:41 CRI


     ວັນທີ 2 ພະຈິກນີ້, ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນໄດ້ເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 3. ຕໍ່ກັບເລື່ອງນີ້, ໂຄສົກສະຖານທູດຈີນປະຈຳຍີ່ປຸ່ນກ່າວວ່າ: ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍຢ່າງຕໍ່ເນື່ອງ ໄດ້ສ້າງຄວາມສ່ຽງອັນໃຫຍ່ຫຼວງຕໍ່ຄວາມປອດໄພດ້ານສິ່ງແວດລ້ອມທາງທະເລຂອງທົ່ວໂລກ. ຫຼັກໝັ້ນຂອງຈີນທີ່ຄັດຄ້້ານຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນແນ່ວແນ່ ແລະ ເດັດດ່ຽວ. ຈີນຮຽກຮ້ອງໃຫ້ຍີ່ປຸ່ນມີປະຕິກິລິຍາຕອບຄວາມຂອງປະຊາຄົມໂລກ,ແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີຕາມຫຼັກວິທະຍາສາດ,ປອດໄພ ແລະ ໂປ່ງໃສຢ່າງແທ້ຈິງ.