ຈີນ ແລະ ອາເມຣິກາຈັດກອງປະຊຸມເປິກສາຫາລືກ່ຽວກັບວຽກງານທະເລຮອບທຳອິດ

2023-11-04 11:23:08 cri


ວັນທີ 3 ພະຈິກ 2023, ຈີນ ແລະ ອາເມຣິກາໄດ້ຈັດກອງປະຊຸມເປິກສາຫາລືກ່ຽວກັບວຽກງານທະເລຮອບທຳອິດຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານຫົງລ້ຽງ ຫົວໜ້າກົມຊາຍແດນ ແລະ ວຽກງານທະເລ ກະຊວງການຕ່າງປະເທດຈີນ ແລະ ທ່ານມັກ ລຳເບີດ ຜູ້ປະສານງານຫ້ອງການວຽກງານປະເທດຈີນ ກະຊວງການຕ່າງປະເທດອາເມຣິກາ ຮ່ວມກັນເປັນປະທານຈັດກອງປະຊຸມເປິກສາຫາລືໃນຄັ້ງນີ້.