ຈຳນວນຜູ້ເສຍຊີວິດຈາກການປະທະກັນຮອບໃໝ່ລະຫວ່າງປາແລັສຕິນກັບອິສຣາແອນມີຫຼາຍກວ່າ 10.800 ຄົນ

2023-11-04 11:29:37 cri


ອີງຕາມຕົວເລກສະຖິຕິທີ່ພາກສ່ວນສາທາລະນະສຸກປາແລັສຕິນເປີດເຜີຍໃນວັນທີ 3 ພະຈິກນີ້ໃຫ້ຮູ້ວ່າ: ພາຍຫຼັງປາແລັສຕິນກັບອິສຣາແອນເກີດການປະທະກັນເປັນຕົ້ນມາ, ເຂດກາຊາມີຜູ້ເສຍຊີວິດເຖິງ 9.257 ຄົນ, ນອກນັ້ນ, ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເສຍຊີວິດ 144 ຄົນ.

ສື່ມວນຊົນອິສຣາແອນໄດ້ອ້າງແຫຼ່ງຂ່າວຈາກພາກສ່ວນສາທາລະນະສຸກອິສຣາແອນລາຍງານວ່າ ໃນການປະທະກັນຮອບນີ້, ຝ່າຍອິສຣາແອນມີຜູ້ເສຍຊີວິດຫຼາຍກວ່າ 1.400 ຄົນ.

ນອກນີ້, ທ່ານເບນຈາມິນ ແນຕັນຢາຮູ ນາຍົກລັດຖະມົນຕີອິສຣາແອນກ່າວວ່າ: ອິສຣາແອນຈະສືບຕໍ່ປະຕິບັດການເຄື່ອນໄຫວການທະຫານ ແລະ ປະຕິເສດການຢຸດຍິງຊົ່ວຄາວທີ່ບໍ່ກ່ຽວພັນເຖິງຊາວອິສຣາແອນທີ່ຖືກກັກຕົວ. ທ່ານຍັງກ່າວຕື່ມວ່າ: ອິສຣາແອນຈະຫ້າມສົ່ງວັດຖຸເຊື້ອໄຟເຂົ້າໄປໃນເຂດກາຊາ.