ຜູ້ນຳຕ່າງປະເທດຫຼາຍທ່ານຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6

2023-11-04 11:26:13 cri


ວັນທີ 3 ພະຈິກ 2023, ທ່ານວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ລະຫວ່າງວັນທີ 5 ຫາ 10 ພະຈິກນີ້. ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານອັນໂທນິ ອັນບາເນັສ ນາຍົກລັດຖະມົນຕີອົສຕຣາລີ, ທ່ານມານິວ ມາເຣໂຣ ຄຣຸສ ນາຍົກລັດຖະມົນຕີກູບາ, ທ່ານອາລິຄັນ ສະໄມລົຟ ນາຍົກລັດຖະມົນຕີກາຊັກສະຖານ, ທ່ານນາງ ອານາ ບົວນາບິກ ນາຍົກລັດຖະມົນຕີແຊັກບີ ແລະ ຜູ້ນຳຈາກປະເທດອື່ນໆ ຈະເຂົ້າຮ່ວມພິທີໄຂງານ ແລະ ກິດຈະກຳທີ່ກ່ຽວຂ້ອງໃນວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້.