ເຂດກາຊາຂາດການສະໜອງອາຫານຢ່າງໜັກໜ່ວງ

2023-11-04 11:25:28 cri

ວັນທີ 3 ພະຈິກ 2023, ໂຄສົກສຳນັກງານບັນເທົາທຸກ ແລະ ໂຄງການຜູ້ລີ້ໄພຊາວປະແລັສຕິນໃນເຂດພາກຕາເວັນອອກໃກ້ຂອງອົງການສະຫະປະຊາຊາດກ່າວວ່າ: ການສະໜອງອາຫານຢູ່ເຂດກາຊາພວມຂາດເຂີນຢ່າງໜັກໜ່ວງ, ນ້ຳດື່ມກໍບໍ່ພຽງພໍ, ພະຍາດຕິດແປດກຳລັງແພ່ລະບາດຢູ່ລະຫວ່າງກຸ່ມຄົນຊັດເຊພະເນຈອນ.