ປີ 2023, ເສດຖະກິດຣັດເຊຍຈະເຕີບໂຕ 2,8%

2023-11-05 14:40:19 CRI

   ອີງຕາມຂ່າວສານອີຕາຕາສຂອງຣັດເຊຍລາຍງານເມື່ອວັນທີ 4 ພະຈິກນີ້ວ່າ: ທ່ານ ອັນຕອນ ຊິລູອັນໂນຟ ລັດຖະມົນຕີກະຊວງການເງິນຣັດເຊຍໄດ້ຢືນຢັນໃນມື້ດຽວກັນວ່າ: ປີ 2023, ຈັງຫວະການເຕີບໂຕຂອງເສດຖະກິດຣັດເຊຍຈະຢູ່ໃນລະດັບ 2,8%.


   ໃນເວລາເຂົ້າຮ່ວມເວທີເປິກສາຫາລືການວາງສະແດງສາກົນທີ່ຈັດຂຶ້ນຢູ່ນະຄອນຫຼວງມົດສະກູໃນມື້ດຽວກັນ, ທ່ານ ຊິລູອັນໂນຟ ຢືນຢັນວ່າ: ປີນີ້ເສດຖະກິດຣັດເຊຍຈະເຕີບໂຕ 2,8%, ສິ່ງນີ້ໄດ້ທົດແທນຜົນກະທົບຈາກເສດຖະກິດຣັດເຊຍທີ່ຫຼຸດລົງເກືອບ 2% ໃນປີ 2022 ທີ່ຜ່ານມາ.


   ເດືອນຕຸລາປີ 2023, ທະນາຄານກາງຣັດເຊຍຄາດຄະເນວ່າ: ລວມຍອດ ຜະລິດຕະພັນພາຍໃນ ຫຼື GDP ຂອງຣັດເຊຍໃນປີນີ້ຈະເຕີບໂຕລະຫວ່າງ 2,2%-2,7%. ສ່ວນກະຊວງການພັດທະນາເສດຖະກິດຣັດເຊຍໄດ້ຄາດຄະເນເມື່ອກ່ອນໜ້ານີ້ວ່າ: ປີ 2023, GDP ຂອງຣັດເຊຍຈະເຕີບໂຕ 2,8%.