ຫຼາຍອົງການຈັດຕັ້ງທີ່ສັງກັດອົງການ ສປຊ ເຕືອນວ່າ: ແມ່ຍິງແລະເດັກນ້ອຍໄດ້ກາຍເປັນຜູ້ຖືກເຄາະຮ້າຍຫຼາຍທີ່ສຸດຈາກການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນ

2023-11-05 14:29:40 CRI

 

   ອົງການກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ, ສໍານັກງານອົງການສະຫະປະຊາຊາດເພື່ອຊ່ວຍເຫຼືອ ແລະ ກິດຈະການຊາວອົບພະຍົບປາແລັດສະຕິນຢູ່ຕາເວັນອອກໃກ້, ອົງການກອງທຶນປະຊາກອນແຫ່ງສະຫະປະຊາຊາດ ແລະ ອົງການອະນາໄມໂລກໄດ້ອອກຖະແຫຼງການຮ່ວມເມື່ອວັນທີ 3 ພະຈິກນີ້ວ່າ: ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງແມ່ຍິງ, ເດັກນ້ອຍ ແລະ ເດັກເກີດໃໝ່ແມ່ນໄດ້ປະເຊີນກັບໄພຂົ່ມຂູ່ກ່ອນໝູ່ໃນການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນ, ຈໍານວນຜູ້ເສຍຊີວິດ ແລະ ບາດເຈັບຂອງກຸ່ມຄົນເຫຼົ່ານີ້ແມ່ນໄດ້ກວມເອົາອັດຕາສ່ວນສູງ.



   ອີງຕາມຂໍ້ມູນຂອງພາກສ່ວນສາທາລະນະສຸກເຂດກາຊາເຜີຍໃຫ້ຮູ້ວ່າ: ນັບມາຮອດວັນທີ 3 ພະຈິກນີ້, ເຂດກາຊາມີຜູ້ເສຍຊີວິດເປັນແມ່ຍິງ 2.326 ຄົນ ແລະ ເດັກນ້ອຍ 3.760 ຄົນ, ກວມເອົາ 67% ຂອງຍອດຜູ້ເສຍຊີວິດຈາກການປະທະກັນ. ຖະແຫຼງການສະບັບດັ່ງກ່າວໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ປະທະກັນຈົ່ງປົກປ້ອງປະຊາຊົນ ແລະ ສິ່ງກໍ່ສ້າງພົນລະເຮືອນ ໂດຍສະເພາະແມ່ນໃຫ້ການປົກປ້ອງເປັນພິເສດແກ່ເດັກນ້ອຍ.