ຖານທັບອາກາດປາກິດສະຖານແຫ່ງໜຶ່ງຖືກຫຼອນໂຈມຕີ

2023-11-05 14:53:31 CRI

 

   ຕອນເຊົ້າວັນທີ 4 ພະຈິກນີ້ຕາມເວລາທ້ອງຖິ່ນ, ສະມາຊິກກຸ່ມປະກອບອາວຸດຫຼາຍຄົນໄດ້ກໍ່ຫຼອນໂຈມຕີຕໍ່ຖານເຝິກຊ້ອມກອງທັບອາກາດແຫ່ງໜຶ່ງຢູ່ນະຄອນມິອັນວາລີ ທາງພາກກາງຂອງປາກິດສະຖານ, ເຮັດໃຫ້ຍົນ 3 ລໍາພັງເສຍຫາຍ.


   ພາຍຫຼັງຫຼອນໂຈມຕີ, ກອງທັບປາກິດສະຖານໄດ້ດໍາເນີນການເຄື່ອນໄຫວປາບປາມຢູ່ບໍລິເວນອ້ອມແອ້ມ ແລະ ໄດ້ອອກຖະແຫຼງການວ່າ: ກອງທັບປາກິດສະຖານໄດ້ສິ້ນສຸດການເຄື່ອນໄຫວປາບປາມການຫຼອນໂຈມຕີແບບກໍ່ການຮ້າຍທີ່ແນໃສ່ຖານເຝິກຊ້ອມກອງທັບອາກາດແຫ່ງໜຶ່ງຢູ່ນະຄອນມິອັນວາລີ ໂດຍໄດ້ສັງຫານສະມາຊິກກຸ່ມກໍ່ການຮ້າຍ 9 ຄົນ. ໃນການໂຈມຕີຄັ້ງນີ້, ບໍ່ມີຍຸດໂທປະກອນໃດໆຂອງປາກິດສະຖານຖືກທໍາລາຍ, ພຽງແຕ່ມີຍົນບໍ່ແມ່ນປະເພດສູ້ຮົບທີ່ເຊົາໃຊ້ງານ 3 ລໍາບວກກັບລົດບັນທຸກນ້ຳມັນເຊື້ອໄຟຄັນໜຶ່ງພັງເສຍຫາຍເທົ່ານັ້ນ.


   ອີງຕາມຂ່າວສານລອຍເຕີລາຍງານວ່າ: ໂຄສົກກຸ່ມປະກອບອາວຸດ ຈີຮາດປາກິດສະຖານໄດ້ສົ່ງຖະແຫຼງການສະບັບໜຶ່ງໃຫ້ສື່ມວນຊົນໂດຍອ້າງວ່າຕົນເປັນຜູ້ກໍ່ເຫດການຫຼອນໂຈມຕີຄັ້ງນີ້.