ຫຼາຍປະເທດປະກາດຮຽກເອກອັກຄະລັດຖະທູດຕົນປະຈໍາອິດສະຣາແອນກັບຄືນປະເທດ

2023-11-05 14:36:09 CRI

   ກະຊວງການຕ່າງປະເທດຕູຣາເຄຍໄດ້ອອກຖະແຫຼງການເມື່ອວັນທີ 4 ພະຈິກນີ້ວ່າ: ເນື່ອງຈາກວ່າອິດສະຣາແອນປະຕິເສດບໍ່ຢຸດຍິງ ແລະ ປະຕິເສດບໍ່ໃຫ້ການຊ່ວຍເຫຼືອໃນການລໍາລຽງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າສູ່ເຂດກາຊາຢ່າງສະດວກ, ພ້ອມທັງໄດ້ໂຈມຕີປະຊາຊົນຢ່າງຕໍ່ເນື່ອງ, ເຮັດໃຫ້ເຂດກາຊາເກີດມີໂສກນາດຕະກຳດ້ານມະນຸດສະທໍາ, ສະນັ້ນ, ຕູຣາເຄຍຈຶ່ງຕົກລົງຮຽກເອກອັກຄະລັດຖະທູດປະເທດຕົນປະຈໍາອິດສະຣາແອນກັບຄືນປະເທດ.


   ພາຍຫຼັງອິດສະຣາແອນດໍາເນີນການເຄື່ອນໄຫວດ້ານການທະຫານຕໍ່ເຂດກາຊາເປັນຕົ້ນມາ, ລັດຖະບານຕູຣາເຄຍໄດ້ກ່າວປະນາມຕໍ່ອິດສະຣາແອນຢ່າງຮຸນແຮງ ເນື່ອງຈາກເຫັນວ່າອິດສະຣາແອນໄດ້ “ໂຈມຕີປະຊາຊົນແບບປ່າເຖື່ອນ”,  ພ້ອມທັງເຫັນວ່າການເຄື່ອນໄຫວຢູ່ເຂດກາຊາຂອງອິດສະຣາແອນເປັນ  “ການສັງຫານໝູ່ຂະໜາດໃຫຍ່”.


   ກ່ອນໜ້ານີ້, ຫຼາຍປະເທດເຊັ່ນ: ຮົງດູຣັສ, ບາເຣນ, ຊັອກດານີ, ໂກລົມບີ ແລະ ຈີເລ ເປັນຕົ້ນຕ່າງໄດ້ປະກາດຮຽກເອກອັກຄະລັດຖະທູດ ຫຼື ເອກອັກຄະລາຊະທູດຂອງປະເທດຕົນປະຈໍາອິດສະຣາແອນກັບຄືນປະເທດແລ້ວ.