ກອງທັບອິດສະຣາແອນໂຈມຕີທາງອາກາດເຂົ້າໃສ່ບ່ອນຢູ່ຂອງປະຊາຊົນ 2 ຕຶກຢູ່ເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ

2023-11-06 14:22:29 cri


ຕອນຂ້ອນແຈ້ງວັນທີ 6 ພະຈິກ 2023, ສື່ມວນຊົນທ້ອງຖິ່ນຂອງປາແລັດສະຕິນ Gaza Now ລາຍງານວ່າ, ກອງທັບອິດສະຣາແອນໄດ້ໂຈມຕີທາງອາກາດເຂົ້າໃສ່ບ່ອນຢູ່ຂອງປະຊາຊົນ 2 ຕຶກຢູ່ເຂດ Al Zawayda ທາງພາກກາງຂອງເຂດກາຊາ ແລະ ເຂດຈາບະເລຍທາງພາກເໜືອຂອງເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະ ບາດເຈັບ 15 ຄົນ.

ນັບມາຮອດປັດຈຸບັນ, ເຈົ້າໜ້າທີ່ທະຫານອິດສະຣາແອນຍັງບໍ່ມີຄຳຕອບໃດໆກ່ຽວກັບເຫດການດັ່ງກ່າວ.

ພາຍຫຼັງປາແລັສະຕິນກັບອິດສະຣາແອນເກີດການປະທະກັນເປັນຕົ້ນມາ, ເຂດກາຊາມີຜູ້ເສຍຊີວິດເຖິງ 9.770 ຄົນ, ນອກນັ້ນ, ພາກສ່ວນສາທາລະນະສຸກປາແລັດສະຕິນເປີດເຜີຍໃຫ້ຮູ້ວ່າ: ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນມີຜູ້ເສຍຊີວິດ 152 ຄົນ.