ອີຣັກຄັດຄ້ານອິດສະຣາແອນຮຸກຮານເຂດກາຊາ

2023-11-06 10:52:57 cri

ຕອນຄ່ຳວັນທີ 5 ພະຈິກນີ້, ທ່ານໂມຮາເມັດ ຊີອາ ອານ ຊູດານີ ນາຍົກລັດຖະມົນຕີອີຣັກກ່າວວ່າ, ອີຣັກຄັດຄ້ານອິດສະຣາແອນຮຸກຮານເຂດກາຊາ, ຄວນບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີ.


ມື້ດຽວກັນ, ທ່ານອັນໂທນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເດີນທາງໄປຢ້ຽມຢາມອີຣັກ. ຫ້ອງການຖະແຫຼງຂ່າວນາຍົກລັດຖະມົນຕີອີຣັກອອກຖະແຫຼງການວ່າ, ທ່ານໂມຮາເມັດ ຊີອາ ອານ ຊູດານີ ແລະ ທ່ານອັນໂທນີ ບລິນເກນໄດ້ເປິກສາຫາລືກັນກ່ຽວກັບບັນຫາຕ່າງໆ ເຊັ່ນ: ສະຖານະການເຄັ່ງຕຶງລະຫວ່າງປາແລັດສະຕິນກັບອິດສະຣາແອນດຸເດືອດຂຶ້ນຢ່າງຕໍ່ເນື່ອງ, ສະພາບສິດທິມະນຸດຢູ່ປາແລັດສະຕິນນັບມື້ນັບຊຸດໂຊມລົງ ແລະ ອື່ນໆ.


ທ່ານໂມຮາເມັດ ຊີອາ ອານ ຊູດານີກ່າວຕື່ມວ່າ, ກ່ຽວກັບການກະທຳ  “ສັງຫານໝູ່” ປະຊາຊົນຜູ້ບໍລິສຸດ, ຫຼອນໂຈມຕີໂຮງໝໍແລະຄ້າຍຊາວອົບພະຍົບ ແລະ ປະຕິບັດ “ການດັບສູນເຊື້ອຊາດ” ຕໍ່ຊາວປາແລັດສະຕິນຂອງກອງທັບອິດສະຣາແອນ, ປະຊາຄົມໂລກຕ້ອງມີຄວາມຮັບຜິດຊອບແລະມີສຽງຕອບຮັບຕໍ່ກັບເລື່ອງນີ້.