ການພົວພັນລະຫວ່າງຣັດເຊຍ-ອາເມຣິກາພວມຢູ່ໃນສະພາວະ “ເປັນສູນອົງສາ”

2023-11-06 11:15:05 CRI

ວັນທີ 5 ພະຈິກນີ້ຕາມເວລາທ້ອງຖິ່ນ, ສື່ມວນຊົນຣັດເຊຍໄດ້ລາຍງານການສຳພາດທ່ານດີມີຕຣີ ເປັສຄົຟ ໂຄສົກປະທານາທິບໍດີຣັດເຊຍ. ໃນການສຳພາດເທື່ອນີ້, ທ່ານດີມີຕຣີ ເປັສຄົຟ ກ່າວວ່າ: ປັດຈຸບັນ, ການພົວພັນລະຫວ່າງຣັດເຊຍ- ອາເມຣິກາພວມຢູ່ໃນສະພາວະ “ເປັນສູນອົງສາ” ຈົນສາມາດເວົ້າໄດ້ວ່າແມ່ນຢູ່ໃນສະພາວະ “ຕິດລົບ”.


ທ່ານເປັສຄົຟ ກ່າວເນັ້ນວ່າ: ການພົບປະກັນລະຫວ່າງຜູ້ນຳຂອງສອງປະເທດຣັດເຊຍ ແລະ ອາເມຣິກາ ຕ້ອງຢູ່ບົນພື້ນຖານສອງຝ່າຍຕ່າງມີຄວາມປາດຖະໜາຮ່ວມກັນ ແລະ ຕ້ອງຕອບສະໜອງກັບເງື່ອນໄຂທີ່ແນ່ນອນ. ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັັດເຊຍເຄີຍກ່າວມາຫຼາຍເທື່ອແລ້ວວ່າຈະ “ບໍ່ປະຕິເສດການພົບປະກັນ ໃນຮູບແບບໃດໆ”, ແຕ່ວ່າການປ່ຽນແປງຂອງການພົວພັນລະຫວ່າງສອງຝ່າຍຣັັດເຊຍກັບອາເມຣິການັ້ນ ແມ່ນຝ່າຍອາເມຣິກາດຳເນີນກ່ອນ, ສະນັ້ນ ຜູ້ນຳອາເມຣິກາຢ່າງໜ້ອຍຕ້ອງປ່ຽນແປງຈຸດຢືນຂອງຕົນເອງກ່ອນໃນເວລາໃດໜຶ່ງ, ປ່ຽນກັບມາເປັນລັກສະນະສ້າງສັນ. ພາຍໃຕ້ສະພາບການແບບນີ້, ຜູ້ນຳສອງປະເທດຈຶ່ງຈະມີຄວາມອາດເປັນໄປໄດ້ທີ່ຈະພົບປະກັນ.