ນັບແຕ່ກອງທະຫານອິດສະຣາແອນຫຼອນໂຈມຕີເຂດກາຊາເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 10.000 ຄົນ

2023-11-07 11:21:25 cri

ພາກສ່ວນສາທາລະນະສຸກເຂດກາຊາປາແລັດສະຕິນອອກຖະແຫຼງການໃນວັນທີ 6 ພະຈິກນີ້ວ່າ, ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເປັນຕົ້ນມາ, ກອງທະຫານອິດສະຣາແອນໄດ້ຫຼອນໂຈມຕີເຂດກາຊາເຮັດໃຫ້ມີຜູ້ເສຍຊີວິດ 10.022 ຄົນ ແລະ ມີຫຼາຍກວ່າ 25.000 ຄົນໄດ້ຮັບບາດເຈັບ.


ຖະແຫຼງການລະບຸວ່າ, ຜູ້ເສຍຊີວິດ 4.100 ກວ່າຄົນເປັນເດັກນ້ອຍ ແລະ ແມ່ຍິງ 2.600 ກວ່າຄົນ. ໃນຫຼາຍຊົ່ວໂມງຜ່ານມານີ້, ການເຄື່ອນໄຫວທາງການທະຫານຢູ່ເຂດກາຊາຂອງກອງທະຫານອິດສະຣາແອນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 252 ຄົນ. ຜູ້ສັນທັດກໍລະນີປາແລັດສະຕິນກ່າວວ່າ, ຕອນຄ່ຳວັນທີ 5 ພະຈິກນີ້, ກອງທະຫານອິດສະຣາແອນໄດ້ເພີ່ມທະວີການໂຈມຕີທາງອາກາດຕໍ່ພາກເໜືອເຂດກາຊາ ແລະ ຕັດຂາດການຕິດຕໍ່ພົວພັນລະຫວ່າງທ້ອງຖິ່ນກັບພາຍນອກ. ການບໍລິການດ້ານໂທລະຄົມແລະອິນເຕີເນັດຢູ່ເຂດກາຊາໄດ້ຟື້ນຟູຄືນເປັນປົກກະຕິຈົນເຖິງຕອນເຊົ້າວັນທີ 6 ພະຈິກນີ້.