ປະທານາທິບໍດີອີຣານຈະເດີນທາງໄປອາຣັບບີຊາອຸດິດໃນວັນທີ 12 ພະຈິກນີ້

2023-11-07 11:02:57 cri

ສຳນັກຂ່າວຕາສນິມຂອງອີຣານລາຍງານໃນວັນທີ 6 ພະຈິກນີ້ວ່າ: ທ່ານເຊເຢັດ ເອບຣາຮິມ ໄຣຊີ ປະທານາທິບໍດີອີຣານຈະເດີນທາງໄປນະຄອນຫຼວງຣີຢັດ ປະເທດອາຣັບບີຊາອຸດິດໃນວັນທີ 12 ພະຈິກນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຄວາມຮ່ວມມືອິສລາມກ່ຽວກັບບັນຫາປາແລັດສະຕິນ. ນີ້ຈະເປັນຄັ້ງທຳອິດທີ່ປະທານາທິບໍດີອີຣານເດີນທາງໄປອາຣັບບີຊາອຸດິດພາຍຫຼັງອີຣານ ແລະ ອາຣັບບີຊາອຸດິດຟື້ນຟູສາຍພົວພັນທາງການທູດຢ່າງເປັນທາງການ.

ອາຣັບບີຊາອຸດິດ ແລະ ອີຣານຕັດສາຍພົວພັນທາງການທູດໃນປີ 2016. ຜ່ານການໄກ່ເກ່ຍຂອງຈີນ, ຜູ້ຕາງໜ້າຂອງອາຣັບບີຊາອຸດິດ ແລະ ອີຣານໄດ້ຈັດການສົນທະນາຢູ່ນະຄອນຫຼວງປັກກິ່ງໃນເດືອນມີນາປີນີ້, ສາມຝ່າຍຈີນ, ອາຣັບບີຊາອຸດິດ ແລະ ອີຣານໄດ້ລົງນາມ ແລະ ອອກຖະແຫຼງການຮ່ວມ ໂດຍປະກາດວ່າ: ອາຣັບບີຊາອຸດິດ ແລະ ອີຣານເຫັນດີຟື້ນຟູສາຍພົວພັນທາງການທູດ. ວັນທີ 6 ເມສາປີນີ້, ອາຣັບບີຊາອຸດິດ ແລະ ອີຣານໄດ້ເຊັນຖະແຫຼງການຮ່ວມ ໂດຍປະກາດວ່າສອງປະເທດຟື້ນຟູສາຍພົວພັນທາງການທູດນັບແຕ່ມື້ດັ່ງກ່າວເປັນຕົ້ນໄປ.