ມີພະນັກງານ 88 ຄົນຂອງສຳນັກງານບັນເທົາທຸກແລະໂຄງການຜູ້ລີ້ໄພຊາວປາແລັດສະຕິນຕາເວັນອອກໃກ້ອົງການ ສປຊ ເສຍຊີວິດຈາກການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້

2023-11-07 11:22:19 cri

ຕອນຄ່ຳວັນທີ 5 ພະຈິກນີ້, ຄະນະກຳມະການປະຈຳການລະຫວ່າງອົງການຈັດຕັ້ງຕ່າງໆຂອງອົງການ ສປຊ ໄດ້ອອກຖະແຫຼງການວ່າ, ຫຼັງຈາກເກີດການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນກັບອິດສະຣາແອນນັບແຕ່ວັນທີ 7 ຕຸລາຜ່ານມາເປັນຕົ້ນມາ, ມີພະນັກງານ 88 ຄົນຂອງສຳນັກງານບັນເທົາທຸກແລະໂຄງການຜູ້ລີ້ໄພຊາວປາແລັດສະຕິນໃນຕາເວັນອອກໃກ້ອົງການ ສປຊ ເສຍຊີວິດຈາກການປະທະກັນຮອບນີ້.


ຖະແຫຼງການສະບັບນີ້ທີ່ຮ່ວມລົງຊາຍເຊັນໂດຍຫົວໜ້າຫຼາຍອົງການຈັດຕັ້ງຕົ້ນຕໍຂອງອົງການ ສປຊ ເຊັ່ນ: ໜ່ວຍງານປະສານງານວຽກງານສິດທິມະນຸດອົງການ ສປຊ, ກອງທຶນສຳລັບເດັກອົງການ ສປຊ, ສຳນັກງານເຈົ້າໜ້າທີ່ຂັ້ນສູງວຽກງານສິດທິມະນຸດອົງການ ສປຊ ແລະ ອົງການອະນາໄມໂລກ ໄດ້ລະບຸວ່າ, ຕົວເລກດັ່ງກ່າວໄດ້ໝາຍຄວາມວ່າ “ອົງການ ສປຊ ມີພະນັກງານເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດການປະທະກັນເທື່ອດຽວ”.