ຫ້າມລ້ຳເສັ້ນທີ່ລະບຸໄວ້ໃນກົດໝາຍວ່າດ້ວຍມະນຸດສະທຳສາກົນຢ່າງເດັດຂາດ

2023-11-07 11:21:32 CRI

ວັນທີ 6 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານເກິງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ກ່າວຄຳເຫັນໃນກອງປະຊຸມຄະນະກຳມະການທີ 4 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອກວດສອບວຽກງານຂອງສຳນັກງານບັນເທົາທຸກ ແລະ ໂຄງການຜູ້ລີ້ໄພຊາວປາແລັດສະຕິນໃນຕາເວັນອອກໃກ້ຂອງອົງການສະຫະປະຊາຊາດ ຫຼື UNRWA ໂດຍໄດ້ເນັ້ນໜັກວ່າ: ຫ້າມລ້ຳເສັ້ນທີ່ລະບຸໄວ້ໃນກົດໝາຍວ່າດ້ວຍມະນຸດສະທຳສາກົນຢ່າງເດັດຂາດ.


ທ່ານເກິງສວງກ່າວວ່າ: ທຸກມື້ນີ້, UNRWA ແມ່ນບ່ອນລີ້ໄພສຸດທ້າຍ ແລະ ເປັນເສັ້ນຊີວິດພຽງໜຶ່ງດຽວສຳລັບປະຊາຊົນຢູ່ເຂດກາຊາຈຳນວນ 2.300.000 ຄົນທີ່ຈົນມູມ. ຈີນກ່າວປະນາມການໃຊ້ຄວາມຮຸນແຮງ ແລະ ການຫຼອນໂຈມຕີທຸກຮູບແບບທີ່ຖືປະຊາຊົນເປັນເປົ້າໝາຍ, ຄັດຄ້ານການກະທຳທຸກຢ່າງທີ່ລະເມີດກົດໝາຍສາກົນ. ສິ່ງກໍ່ສ້າງທີ່ໃຊ້ທາງພົນລະເຮືອນ ເຊັ່ນ: ໂຮງໝໍ, ໂຮງຮຽນ ແລະ ຄ້າຍພັກຜູ້ລີ້ໄພເປັນຕົ້ນ ບໍ່ຄວນກາຍເປັນເປົ້າໝາຍຂອງການໃຊ້ການເຄື່ອນໄຫວທາງການທະຫານ.


ຈີນສະໜັບສະໜູນຄຳຮຽກຮ້ອງຮ່ວມຂອງຜູ້ຮັບຜິດຊອບອົງການຈັດຕັ້ງໃນເຄືອຂ່າຍອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ 18 ອົງການ, ສະໜັບສະໜູນຖືເອົາການຢຸດຍິງທັນທີເປັນເປົ້າໝາຍບຸລິມະສຸດທີ່ຕ້ອງປະຕິບັດກ່ອນໝູ່, ສະໜັບສະໜູນຝ່າຍຕ່າງໆສຸມຄວາມພະຍາຍາມທຸກຢ່າງເຂົ້າໃສ່ທິດທາງຮ່ວມດັ່ງກ່າວ.