ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນພົບປະກັບເອກອັກຄະລັດຖະທູດອາເມຣິກາປະຈຳຈີນ

2023-11-08 10:28:03 cri

ອີງຕາມແຫຼ່ງຂ່າວຈາກເວັບໄຊກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ: ວັນທີ 7 ພະຈິກນີ້, ທ່ານຈາຍຈຸ້ນ ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນໄດ້ພົບປະກັບທ່ານວິລຽມ ເບີນສ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ, ສະຖານະການຢູ່ຕາເວັນອອກກາງ ແລະອື່ນໆ.