ໂຄສົກອົງການອະນາໄມໂລກກ່າວວ່າ: ການໂຈມຕີທີ່ແນໃສ່ໂຮງໝໍຢູ່ເຂດກາຊາລ້ວນແຕ່ຍອມຮັບບໍ່ໄດ້

2023-11-08 21:20:54 cri


ໃນກອງປະຊຸມຖະແຫຼງຂ່າວທີ່ອົງການອະນາໄມໂລກຈັດຂຶ້ນຢູ່ນະຄອນເຊີແນວຂອງ ສະວິສໃນວັນທີ 7 ພະຈິກນີ້, ທ່ານຄຣິສະຕຽນ ລິນດ໌ເມເອີ ໂຄສົກອົງການອະນາໄມໂລກກ່າວວ່າ: ອົງການອະນາໄມໂລກບໍ່ສາມາດຢືນຢັນສະພາບການຢູ່ໃຕ້ຕິນຂອງໂຮງໝໍຢູ່ເຂດກາຊາ, ແຕ່ວ່າຢູ່ຕຶກໂຮງໝໍເຫຼົ່ານັ້ນແມ່ນເຕັມໄປດ້ວຍຄົນເຈັບ ແລະ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

ທ່ານ ລິນດ໌ເມເອີ ກ່າວຕື່ມວ່າ: ການໂຈມຕີໃດໆທີ່ແນໃສ່ໂຮງໝໍ ຫຼື ລົດພະຍາບານລ້ວນແຕ່ບໍ່ຖືກຕ້ອງ ແລະຍອມຮັບບໍ່ໄດ້.

ທ່ານເນັ້ນໜັກອີກເທື່ອໜຶ່ງວ່າ: ກົດໝາຍວ່າດ້ວຍມະນຸດສະທຳສາກົນແມ່ນຫ້າມການໂຈມຕີໃດໆທີ່ແນໃສ່ພະນັກງານການແພດ, ລົດພະຍາບານ ແລະ ສິ່ງກໍ່ສ້າງ. ນອກນັ້ນ, ທ່ານ ຄຣິສະຕຽນ ລິນດ໌ເມເອີຍັງກ່າວຕື່ມວ່າ, ຍ້ອນວ່າຂາດນ້ຳມັນເຊື້ອໄຟ, ສິ່ງກໍ່ສ້າງຕ່າງໆຢູ່ເຂດກາຊາຈຳເປັນຕ້ອງປິດບໍລິການນັບມື້ນັບຫຼາຍຂຶ້ນ.