ປະທານາທິບໍດີເອຢິບປະຕິເສດຂໍ້ສະເໜີຂອງຫົວໜ້າ CIA ອາເມຣິກາທີ່ໃຫ້ເອຢິບເຂົ້າຄວບຄຸມເຂດກາຊາເປັນການຊົ່ວຄາວ

2023-11-09 10:49:13 cri

“ໜັງສືພິມອິດສະຣາແອນທາມສ໌” ສະບັບວັນທີ 9 ພະຈິກນີ້ລາຍງານວ່າ, ທ່ານອັບເດວ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບໄດ້ປະຕິເສດຂໍ້ສະເໜີຂອງທ່ານວີລຽມ ເບີນສ ຫົວໜ້າອົງການສືບຂ່າວລັບອາເມຣິກາ ຫຼື CIA ທີ່ໃຫ້ເອຢິບເຂົ້າຄວບຄຸມຄວາມໝັ້ນຄົງຂອງເຂດກາຊາເປັນການຊົ່ວຄາວ ຈົນເຖິງເວລາທີ່ອົງການອຳນາດແຫ່ງຊາດປາແລັດສະຕິນເຂົ້າປ່ຽນແທນ.


ນອກນີ້, “ໜັງສືພິມໂວນສະຕຣິດລາຍວັນ” ໄດ້ລາຍງານຂ່າວຕາມເຈົ້າໜ້າທີ່ຂັ້ນສູງຂອງເອຢິບກ່າວວ່າ, ທ່ານຊີຊີບອກທ່ານວີລຽມ ເບີນສວ່າ, ເອຢິບຈະບໍ່ເສີມຂະຫຍາບບົດບາດໃນການໂຈມຕີອົງການຮາມາສ, ຍ້ອນວ່າອົງການດັ່ງກ່າວໄດ້ຮັກສາຄວາມສະຫງົບທຽບຖານຢູ່ເຂດຊາຍແດນເອຢິບກັບເຂດກາຊາມາໂດຍຕະຫຼອດໃນຊຸມປີມໍ່ໆມານີ້.


ຕາມຂ່າວແຈ້ງວ່າ, ອົງການ CIA ອາເມຣິກາປະຕິເສດກ່າວວິຈານຕໍ່ເລື່ອງນີ້.