ການເຈລະຈາລະຫວ່າງຈີນກັບອາເມຣິກາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ຈັດຂຶ້ນຢູ່ລັດຄາລີຟໍເນຍໄດ້ຮັບຜົນສຳເລັດອັນຕັ້ງໜ້າ

2023-11-10 21:37:39 cri


ວັນທີ 8 ພະຈິກ 2023, ການເຈລະຈາລະຫວ່າງທູດພິເສດດ້ານດິນຟ້າອາກາດພ້ອມດ້ວຍຄະນະທັງສອງປະເທດຈີນ ແລະ ອາເມຣິກາທີ່ຈັດຂຶ້ນຢູ່ລັດຄາລີຟໍເນຍອາເມຣິກາໄດ້ສິ້ນສຸດລົງຢ່າງຈົບງາມ. ສອງຝ່າຍໄດ້ປິ່ນອ້ອມການປະຕິບັດຈິດໃຈພົບປະກັນລະຫວ່າງປະມຸກລັດສອງປະເທດຢູ່ເກາະບາຫຼີຂອງອິນໂດເນເຊຍ, ໄດ້ແລກປ່ຽນຄວາມເຫັນຢ່າງຮອບດ້ານ ແລະເລິກເຊິ່ງ, ໄດ້ບັນລຸຜົນງານຢ່າງຕັ້ງໜ້າກ່ຽວກັບການຮ່ວມມື ແລະ ການເຄື່ອນໄຫວສອງຝ່າຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມກັນຊຸກຍູ້ການຈັດກອງປະຊຸມໃຫຍ່ຝ່າຍພາຄີສົນທິຂອງສັນຍາຂອບອົງການສະຫະປະຊາຊາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 28 ໃຫ້ໄດ້ຮັບຜົນສຳເລັດ.