ສານສູງສຸດລັດມິນເນໂຊຕາຂອງອາເມຣິກາຕັດສິນວ່າ ທ່ານໂດໂນ ທຣຳ ຍັງສາມາດເຂົ້າຮ່ວມການເລືອກຕັ້ງຮອບທຳອິດຂອງພັກຣີພັບບລິກັນຢູ່ລັດຕົນໄດ້ໃນປີ 2024

2023-11-10 10:44:21 cri

ວັນທີ 8 ພະຈິກນີ້, ສານສູງສຸດລັດມິນເນໂຊຕາຂອງອາເມຣິກາໄດ້ປະຕິເສດການອຸທອນທີ່ມີເຈຕະນາສະກັດກັ້ນບໍ່ໃຫ້ທ່ານໂດໂນ ທຣຳ ເຂົ້າຮ່ວມການເລືອກຕັ້ງຮອບທຳອິດຂອງພັກຣີພັບບລິກັນຢູ່ລັດດັ່ງກ່າວໃນປີ 2024.


ເນື້ອໃນຄຳຕັດສິນຂອງສານລະບຸວ່າ: ບໍ່ມີກົດໝາຍຂອງລັດໃດຫ້າມບໍ່ໃຫ້ພັກການເມືອງຕົ້ນຕໍຈັດເອົາຜູ້ສະໝັກຮັບເລືອກຕັ້ງທີ່ບໍ່ມີຄຸນວຸດທິເຂົ້າໃນການສະເໜີຊື່ເລືອກຕັ້ງປະທານາທິບໍດີ. ສະນັ້ນ, ສານໄດ້ປະຕິເສດຕໍ່ການອຸທອນດັ່ງກ່າວ, ແຕ່ໃນຂະນະດຽວກັນ, ສານກ່າວວ່າ, ຖ້າທ່ານໂດໂນ ທຣຳ ໄດ້ຮັບການສະເໜີຊື່ຈາກພັກຣີພັບບລິກັນ, ຝ່າຍອຸທອນຍັງສາມາດສະກັດກັ້ນບໍ່ໃຫ້ທ່ານເຂົ້າຮ່ວມການປ່ອນບັດເລືອກຕັ້ງປະທານາທິບໍດີໄດ້ຕື່ມອີກ.