ຈຳນວນຜູ້ເສຍຊີວິດຈາກການປະທະກັນຮອບໃໝ່ລະຫວ່າງປາແລັສຕິນກັບອິສຣາແອນມີຫຼາຍກວ່າ 12.300 ຄົນ

2023-11-10 21:38:27 cri


    ວັນທີ 9 ພະຈິກ 2023, ອີງຕາມຕົວເລກສະຖິຕິທີ່ພາກສ່ວນສາທາລະນະສຸກປາແລັດສະຕິນເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງປາແລັດສະຕິນກັບອິດສະຣາແອນເກີດການປະທະກັນນັບແຕ່ວັນທີ 7 ຕຸລາປີນີ້ເປັນຕົ້ນມາ, ເຂດກາຊາມີຜູ້ເສຍຊີວິດເຖິງ 10.812 ຄົນ, ໃນນັ້ນມີເດັກນ້ອຍ 4.412 ຄົນ. ນອກນັ້ນ, ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນມີຜູ້ເສຍຊີວິດ 165 ຄົນ.

ອີງຕາມຕົວເລກສະຖິຕິຈາກສື່ມວນຊົນອິດສະຣາແອນໃຫ້ຮູ້ວ່າ: ໃນການປະທະກັນຮອບນີ້, ຝ່າຍອິດສະຣາແອນມີຜູ້ເສຍຊີວິດຫຼາຍກວ່າ 1.400 ຄົນ.

ນັບມາຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຈາກການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນກັບອິດສະຣາແອນມີຫຼາຍກວ່າ 12.300 ຄົນແລ້ວ.