ທ່ານສີຈິ້ນຜິງ ຈະເດີນທາງໄປອາເມຣິກາເພື່ອເຂົ້າຮ່ວມການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາ ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການອາເປັກຄັ້ງທີ 30

2023-11-10 21:46:06 cri


    ວັນທີ 10 ພະຈິກ 2023, ທ່ານນາງຮ້ວາຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຊານຟຣານຊິດສະໂກຂອງອາເມຣິກາລະຫວ່າງວັນທີ 14 ຫາ 17 ພະຈິກນີ້ເພື່ອເຂົ້າຮ່ວມການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາ ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື ອົງການອາເປັກຄັ້ງທີ 30.