ເວທີເປິກສາຫາລືສັນຕິພາບປາຣີຄັ້ງທີ 6 ສຸມໃສ່ການສະແຫວງຫາສິ່ງທີ່ຄືກັນໃນໂລກທີ່ມີການແຂ່ງຂັນ

2023-11-11 14:54:40 CRI

ວັນທີ 10 ພະຈິກນີ້, ເວທີເປິກສາຫາລືສັນຕິພາບປາຣີຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງ. ຫົວຂໍ້ຫຼັກຂອງເວທີເປິກສາຫາລືຄັ້ງນີ້ແມ່ນ “ການສະແຫວງຫາສິ່ງທີ່ຄືກັນໃນໂລກທີ່ມີການແຂ່ງຂັນ”, ຜູ້ເຂົ້າຮ່ວມກອງປະຊຸມຈະຫາລືກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຮັບປະກັນຄວາມໄວ້ເນື້ອເຊື່ອໃຈໄດ້ແລະຄວາມປອດໄພດ້ານການພັດທະນາຂອງເຕັກນິກດີຕີຕອນ, ການຫຼຸດຜ່ອນຄວາມບໍ່ສະເໝີພາບກັນແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງຢ່າງໄວກວ່າເກົ່າ, ການສ້າງສາໂລກທີ່ມີສັນຕິພາບແລະຄວາມປອດໄພຫຼາຍກວ່າເກົ່າແລະອື່ນໆ.

 

ເວທີເປິກສາຫາລືສັນຕິພາບປາຣີໄດ້ຮັບການຈັດຂຶ້ນພານໃຕ້ຂໍ້ລິເລີ່ມຂອງທ່ານແອມມານູແອວ ມາຄຣົງ, ປະທານາທິບໍດີຝຣັ່ງ, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮັບມືກັບສິ່ງທ້າທາຍໃນທົ່ວໂລກ.