ຮອງນາຍົກມາເລເຊຍຈະເດີນທາງມາຢ້ຽມຢາມຈີນ

2023-11-11 14:57:37 CRI

 

ວັນທີ 10 ພະຈິກນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີວກົວຈ່ົງ, ຮອງນາຍົກລັດຖະມົນຕີຈີນ, ທ່ານຟາດີລາ ບີນ ຮາຈີ ຢູຊົຟ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການປູກຝັງແລະສິນຄ້າກະສິກຳຂອງມາເລເຊຍຈະເດີນທາງມາຢ້ຽມຢາມຈີນແຕ່ວັນທີ 12 ຫາວັນທີ 19 ພະຈິກນີ້.