ງານວາງສະແດງສິນຄ້ານຳເຂົ້າສາກົນຈີນສ້າງໂອກາດໃໝ່ໃຫ້ແກ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນອາຊຽນ

2023-11-11 14:43:59 cri

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ຈັດຂຶ້ນລະຫວ່າງວັນທີ 5 ຫາ 10 ພະຈິກນີ້. ປີນີ້ແມ່ນປີທີ 6 ທີ່ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ທັງເປັນປີທີ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ຄວາມຈູບຈ້າວຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມຂ່າວແຈ້ງວ່າ, ມີວິສາຫະກິດຫຼາຍກວ່າ 1.500 ແຫ່ງຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຊັ່ນສັນຍາກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້, ເນື້ອທີ່ວາງສະແດງທຽບໃສ່ງານວາງສະແດງຄັ້ງຜ່ານມາໄດ້ເພີ່ມຂຶ້ນ 30%.

ທາງລົດໄຟຈີນ-ລາວໃນຖານະເປັນໂຄງການສັນຍະລັກໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເລີ່ມແຕ່ເປີດນຳໃຊ້ເມື່ອວັນທີ 3 ທັນວາ 2021 ຮອດປັດຈຸບັນ, ປະເທດຈີນມີ 25 ແຂວງ ເຂດປົກຄອງຕົນເອງ ແລະນະຄອນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມແດນຂອງທາງລົດໄຟຈີນ-ລາວ. ນັບມາຮອດວັນທີ 3 ຕຸລາແລ້ວນີ້, ການຂົນສົ່ງສິນຄ້າໄດ້ກວມເອົາ12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ. ເຊິ່ງໄດ້ກາຍເປັນເສັ້ນທາງຄຳດ້ານການຂົນສົ່ງທີ່ເຊື່ອມຈອດປະເທດຈີນ ແລະ ຕ່າງປະເທດຕ່າງໆ.

ວັນທີ 8 ພະຈິກນີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ນະຄອນຊຽງໄຮ້-ແຂວງຢຸນນານ · ທາງລົດໄຟສາຍແມ່ນ້ຳລ້ານຊ້າງ” ຂອງທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນທາງການ, ເຮັດໃຫ້ການຮ່ວມມືດັ່ງກ່າວມີແຜນທີ່ມີຊີວິດຊີວາກວ່າເກົ່າ. ໃນໄລຍະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6, ໃນຖານະທີ່ເປັນໜຶ່ງໃນເຂດວາງສະແດງທີ່ມີເອກະລັກພິເສດທີ່ສຸດ, ເຂດວາງສະແດງທາງລົດໄຟຈີນ-ລາວທັງເປັນເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານຈີນ-ລາວໄດ້ວາງສະແດງຢູ່ເຂດວາງສະແດງຫຼິນກາງຂອງຫໍວາງສະແດງ 3H ໃນສູນວາງສະແດງແຫ່ງຊາດຈີນທີ່ນະຄອນຊຽງໄຮ້, ຜູ້ຕາງໜ້າຂອງວິສາຫະກິດ 10 ກວ່າແຫ່ງທີ່ມາຈາກລາວ, ໄທ, ແລະຫວຽດນາມໄດ້ວາງສະແດງໝາກຜົນການສ້າງເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານຈີນ-ລາວ ແລະ ດ້ານການພັດທະນາການຄ້າຢູ່ເຂດລຽບຕາມທາງລົດໄຟຈີນ-ລາວ-ໄທ. ຜະລິດຕະພັນກະສິກຳອັນອຸດົມສົມບູນຂອງປະເທດລາວ ແລະ ປະເທດອາຊຽນອື່ນໆເຊັ່ນ: ເຂົ້າສານ, ໝາກໄມ້, ໃບຊາ, ກາເຟ ແລະ ຜະລິດຕະພັນອື່ນໆກໍໄດ້ກ້າວເຂົ້າສູ່ເວທີວາງສະແດງຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນໂດຍຜ່ານທາງລົດໄຟຈີນ-ລາວ.

ເຊັ່ນກັນກັບງານວາງສະແດງທຸກຄັ້ງຜ່ານມາ, ເຂດວາງສະແດງອາຫານ ແລະ ຜະລິດຕະພັນກະສິກຳຍັງເປັນໜຶ່ງໃນເຂດວາງສະແດງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ. ບໍລິສັດໂດເລີເຊິ່ງເປັນວິສາຫະກິດໝາກໄມ້ສິງກະໂປໄດ້ເຂົ້າຮ່ວມງານວາງສະແດງມາຕະຫຼອດນັບແຕ່ຄັ້ງທຳອິດເມື່ອປີ 2018 ເປັນຕົ້ນມາ. ໃນງານວາງສະແດງປີນີ້, ບໍລິສັດໂດເລີກໍໄດ້ນຳເອົາໝາກຫຸ່ງຟີລິບປີນທີ່ຫາກໍໄດ້ຮັບອະນຸມັດສົ່ງເຂົ້າຕະຫຼາດຈີນ. ສຳລັບບໍລິສັດໂດເລີແລ້ວ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນແມ່ນເວທີໂຄສະນາສິນຄ້າໃໝ່ທີ່ສຳຄັນ, ນັບມາຮອດປັດຈຸບັນ, ບໍລິສັດດັ່ງກ່າວໄດ້ວາງສະແດງໝາກໄມ້ໃໝ່ 9 ຊະນິດຢູ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນແລ້ວ, ໃນນັ້ນ, ໝາກແຕງອົ້ມ, ໝາກອາໂວກາໂດ (avocado), ໝາກຈອງເປືອກແດງໄດ້ກາຍເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມໃນງານວາງສະແດງຄັ້ງນັ້ນ, ຕະຫຼາດຈີນໄດ້ກາຍເປັນຕະຫຼາດທີ່ນັບມື້ນັບສຳຄັນຂອງບໍລິສັດໂດເລີ.

ອີງຕາມຕົວເລກຂໍ້ມູນຈາກສະມາຄົມການຄ້າຂາເຂົ້າຂາອອກອາຫານ ຜະລິດຕະພັນພື້ນເມືອງ ແລະ ປະສຸສັດຈີນໃຫ້ຮູ້ວ່າ, ປີ 2022, 10 ປະເທດ ແລະ ເຂດແຄວ້ນທີ່ປະເທດຈີນນຳເຂົ້າໝາກໄມ້ ແລະ ຜະລິດຕະພັນທີ່ກ່ຽວຂ້ອງຫຼາຍກວ່າໝູ່ແມ່ນ: ໄທ, ຈີເລ, ຫວຽດນາມ, ຟີລິບປີນ, ນູແວເຊລັງ, ເປຣູ, ກຳປູເຈຍ, ອາເຟຣິກາໃຕ້, ອິນໂດເນເຊຍ ແລະ ມາເລເຊຍ, ໄດ້ກວມເອົາມູນຄ່າການນຳເຂົ້າຜະລິດຕະພັນດັ່ງກ່າວຂອງປະເທດຈີນເຖິງ 90,93%. ຍ້ອນໄດ້ຮັບຜົນດີຈາກ “ໜຶ່ງແລວໜຶ່ງເສັ້ນທາງ” ແລະນະໂຍບາຍທີ່ກ່ຽວຂ້ອງ, ໃນ 10 ປະເທດເຫຼົ່ານີ້, ປະເທດອາຊຽນຫຼາຍກວ່າເຄິ່ງໜຶ່ງ.

ປີນີ້ພໍດີແມ່ນປີທີ່ປະເທດຈີນເຂົ້າຮ່ວມ “ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້” ຄົບຮອບ 20 ປີ. ໃນຫຼາຍປີມານີ້, ຈີນ ແລະ ອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດເຊິ່ງກັນແລະກັນ, ມູນຄ່າການຄ້າສອງຝ່າຍໄດ້ສ້າງສະຖິຕິໃໝ່ເລື້ອຍໆ. ສ່ວນງານວາງສະແດງສິນຄ້ານຳເຂົ້າສາກົນຈີນກໍຈະສ້າງໂອກາດໃໝ່ ໃຫ້ແກ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນອາຊຽນຢ່າງບໍ່ຢຸດຢັ້ງ.