ນາຍົກອິດສະຣາແອັນກ່າວວ່າ ກຸ່ມຮາມາສໄດ້ເສຍການຄວບຄຸມຕໍ່ພາກເໜືອຂອງ ເຂດກາຊາ

2023-11-12 16:01:30 cri


ວັນທີ 11 ພະຈິກນີ້, ທ່ານ ເບນຈາມີນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍກ່າວວ່າ:  ກຸ່ມຕໍ່ຕ້ານອິດສະລາມຂອງປາແລັດສະຕີນ ຫຼື ກຸ່ມຮາມາສ ໄດ້ເສຍການຄວບຄຸມຕໍ່ພາກເໜືອຂອງເຂດກາຊາ, ກອງທັບປ້ອງກັນປະເທດອິດສະຣາແອນຈະສືບຕໍ່ໂຈມຕີກຸ່ມຮາມາສທີ່ຢູ່ເຂດກາຊາ.


ທ່ານເນທັນຢາຮູກ່າວຕື່ມວ່າ:ຫຼັງຈາກສິ້ນສຸດການເຄື່ອນໄຫວທາງການ ທະຫານກັບກຸ່ມຮາມາສແລ້ວ, ກອງທັບປ້ອງກັນປະເທດອິດສະຣາແອນຈະສືບຕໍ່ຄວບຄຸມຄວາມໝັ້ນຄົງຂອງເຂດກາຊາ, ທ່ານຄັດຄ້ານອົງການອຳນາດປາແລັດສະຕີນກັບຄືນໄປຮັບເອົາການຄຸ້ມຄອງເຂດກາຊາຫຼັງຈາກສົງຄາມສິ້ນສຸດລົງ.


ທ່ານເນທັນຢາຍັງກ່າວວ່າ: ການຮັບເອົາຕົວປະກັນທີ່ຖືກກັກຂັງໃຫ້ກັບຄືນປະເທດນັ້ນແມ່ນໜ້າທີ່ຕົ້ນຕໍໃນປັດຈຸບັນ, ອິດສະຣາແອນຈະບໍ່ຢຸດຍິງ ນອກຈາກວ່າຕົວປະກັນເຫຼົ່ານີ້ໄດ້ກັບຄືນສູ່ອິດສະຣາແອນຢ່າງປອດໄພ.