ກອງປະຊຸມສຸດຍອດວິສາມັນຮ່ວມຂອງປະເທດອາຣັບ-ອິດສະລາມຮັບຮອງເອົາມະຕິກ່ຽວກັບບັນຫາປາແລັດສະຕິນ

2023-11-12 11:22:30 CRI

    ວັນທີ 11 ພະຈິກນີ້, ກະຊວງການຕ່າງປະເທດອາຣັບບີ ຊາອຸດິດໄດເຜີຍແຜ່ມະຕິກ່ຽວກັບບັນຫາປາແລັດສະຕິນຂອງກອງປະຊຸມສຸດຍອດວິສາມັນຮ່ວມຂອງປະເທດອາຣັບ-ອິດສະລາມ. ເຊິ່ງໄດ້ຕິຕຽນອິດສະຣາແອນທີ່ໂຈມຕີເຂດກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ກ່າວຢ້ຳວ່າສະໜັບສະໜູນສິດເສລີພາບ ແລະ ເອກະລາດຂອງປະຊາຊົນປາແລັດສະຕິນຢູ່ຜືນແຜ່ນດິນທັງໝົດທີ່ຖືກຍຶດຄອງທັງໝົດ, ພ້ອມທັງເນັ້ນໜັກຖານະແກນກາງຂອງບັນຫາປາແລັດສະຕິນໃນປະເທດອາຣັບແລະ ອິດສະລາມ.


    ມະຕິດັ່ງກ່າວຍັງໄດ້ກ່າວປະນາມອິດສະຣາແອນທີ່້ມີໂທດກໍ່ສົງຄາມຂະໜາດໃຫຍ່ ແລະ ກ່າວເຕືອນວ່າ ການເຄື່ອນໄຫວທາງທະຫານແບບແກ້ແຄ້ນຂອງອິດສະຣາແອນຢູ່ເຂດກາຊາຈະສ້າງຜົນຮ້າຍແຮງທີ່ສຸດ.


    ມະຕິດັ່ງກ່າວຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈົ່ງມີຂໍ້ຕົກລົງທີ່ມີຄວາມຜູກມັດຢ່າງເດັດຂາດ,ຮຽກຮ້ອງໃຫ້ປະເທດທັງຫຼາຍຍຸດຕິສົ່ງອອກອາວຸດຍຸດໂທປະກອນໃຫ້ແກ່ກອງທັບອິດສະຣາແອນ. ມະຕິສະໜັບສະໜູນເອຢິບສະໜອງການຊ່ວຍເຫຼືອໃຫ້ເຂດກາຊາດ້ວຍຮູບການແບບທັນທີ, ຍືນຍົງ ແລະ ເຕັມທີ່.ມະຕິຍັງຕົກລົງເປີດນຳໃຊ້ເຄືອຂ່າຍການທະນາຄານສະເພາະຂອງອາຣັບ-ອິດສະລາມເພື່ອສະໜອງການບໍລິຈາກດ້ານການເງິນ ພ້ອມດ້ວຍການຊ່ວຍເຫຼືອດ້ານການທະນາຄານ, ເສດຖະກິດ ແລະ ມະນຸດສະທຳໃຫ້ແກ່ລັດຖະບານປາແລັດສະຕິນ.



    ກອງປະຊຸມສຸດຍອດວິສາມັນຮ່ວມຂອງປະເທດອາຣັບ-ອິດສະລາມໄດ້ຈັດຂຶ້ນຢູ່ຣີຢັດ ນະຄອນຫຼວງອາຣາບີ ຊາອຸດິດໃນວັນທີ 11 ພະຈິກນີ້, ປະມຸດລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງປະເທດສະມາຊິກໃນສັນນິບາດປະເທດອາຣັບ ແລະ ອົງການຮ່ວມມືອິດສະລາມໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້.