ປະທານາທິບໍດີອີຣານ ແລະ ລາຊະກຸມານອາຣັບບີຊາອຸດິດ ຈັດການພົບປະຄັ້ງທຳອິດຫຼັງຈາກຟື້ນຟູສາຍພົວພັນທາງການທູດ

2023-11-12 15:52:55 cri


ວັນທີ 11 ພະຈິກນີ້, ສະເດັດມຸຮະມັດ ບິນ ຊາເລີມັນ ອົງມົງກຸດລາຊະກຸມານຂອງອາຣັບບີຊາອຸດິດໄດ້ພົບປະກັບທ່ານ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານໃນໄລຍະກອງປະຊຸມສຸດຍອດວິສາມັນຮ່ວມອາຣັບ-ອິດສະຣາມ. ການພົບປະຄັ້ງນີ້ເປັນການພົບປະເທື່ອທຳອິດລະຫວ່າງຜູ້ນຳສອງປະເທດ ຫຼັງຈາກສອງປະເທດຟື້ນຟູສາຍພົວພັນທາງການທູດໃນປີນີ້ເປັນຕົ້ນມາ.


ອາຣັບບີຊາອຸດິດ ແລະ ອີຣານໄດ້ຕັດຂາດສາຍພົວພັນທາງການທູດໃນປີ2016. ພາຍໃຕ້ການໄກ່ເກ່ຍຈາກຈີນ, ຜູ້ຕາງໜ້າຂອງອາຣັບບີຊາອຸດິດ ແລະ ອີຣານໄດ້ຈັດການສົນທະນາກັນຢູ່ທີ່ປັກກິ່ງໃນເດືອນມີນາປີນີ້, ຈີນ ອາຣັບບີຊາອຸດິດແລະ ອີຣານໄດ້ລົງນາມ ແລະ ເຜີຍແຜຖະແຫຼງການຮ່ວມໂດຍປະກາດວ່າ ອາຣັບບີຊາອຸດິດ ແລະ ອີຣານເຫັນດີຟື້ນຟູສາຍພົວພັນທາງການທູດ. ຮອດວັນທີ 6 ເມສາທີ່ຜ່ານມາ, ອາຣັບບີຊາອຸດິດ ແລະ ອີຣານໄດ້ລົງນາມໃນຖະແຫຼງການຮ່ວມ ແລະສອງປະເທດປະກາດວ່າ ໄດ້ຟື້ນຟູສາຍພົວພັນທາງການທູດຈາກມື້ນັ້ນເປັນຕົ້ນໄປ.