ທາງລົດໄຟໂດຮາຊາຣີ-ຄອກສ໌ບາຊາຂອງບັງກະລາເດັດທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງເລີ່ມເປີດນຳໃຊ້

2023-11-12 11:29:24 CRI

 

    ວັນທີ 11 ພະຈິກນີ້, ທາງລົດໄຟລະຫວ່າງໂດຮາຊາຣີ ກັບ ຄອກສ໌ບາຊາຂອງບັງກະລາເດັດທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດປະສົມຈີນ ແລະ ບັງກະລາເດັດໄດ້ຈັດພິທີແລ່ນລົດ, ທາງລົດໄຟສາຍນີ້ເປັນໂຄງການທາງລົດໄຟທີ່ວິສາຫະກິດປະສົມຈີນ ແລະ ບັງກະລາເດັດສ້າງສຳເລັດແຫ່ງທຳອິດ.


 

    ທາງລົດໄຟລະຫວ່າງໂດຮາຊາຣີ ກັບ ຄອກສ໌ບາຊາຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງບັງກະລາເດັດ,ແມ່ນໜຶ່ງໃນສິບໂຄງການພັດທະນາບູລິມະສິດຂອງບັງກະລາເດັດ,ເປັນຕອນພາກສ່ວນໜຶ່ງຂອງທາງລົດໄຟລະຫວ່າງທ່າກຳປັ່ນຊັດໂຕກຣາມ ກັບ ຄອກສ໌ບາຊາ. ຫຼັງຈາກທາງລົດໄຟສາຍດັ່ງກ່າວສ້າງສຳເລັດໝົດສາຍແລ້ວ ຈະເຮັດໃຫ້ເວລາການໄປກັບລະຫວ່າງຄອກສ໌ບາຊາ ກັບ ທ່າກຳປັ່ນຊັັັດໂຕກຣາມຫຼຸດລົງຢ່າງຫຼວງຫຼາຍ.