ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍວ່າ 12.500 ຄົນ

2023-11-13 10:55:44 CRI

    ຕອນຄໍ່າວັນທີ 12 ພະຈິກນີ້ຕາມເວລາທ້ອງຖິ່ນ, ໂທລະພາບ AL Jazeera ແລະ ໂທລະພາບ AL Arabiya ໄດ້ອ້າງຕາມແຫຼ່ງຂ່າວຈາກຫ້ອງການຖະແຫຼງຂ່າວກຸ່ມຮາມາສມາລາຍງານວ່າ: ນັບແຕ່ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ເກີດຂຶ້ນເປັນຕົ້ນມາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 11.180 ຄົນຢູ່ເຂດກາຊາ, ໃນນັ້ນລວມທັງເດັກນ້ອຍ 4.609 ຄົນ. ນອກນີ້, ອີງຕາມໂທລະພາບ AL Jazeera ລາຍງານໃນວັນທີ 10 ພະຈິກນີ້ໃຫ້ຮູ້ວ່າ: ມີປະຊາຊົນປາແລັດສະຕິນເສຍຊີວິດຢູ່ແຄມຝັ່ງຕາເວັນຕົກແມ່ນ້ຳຈໍແດນ 183 ຄົນ.


    ສ່ວນຝ່າຍອິດສະຣາແອນແລ້ວ, ອີງຕາມຂໍ້ມູນທີ່ລັດຖະບານອິດສະຣາແອນແຈ້ງໃຫ້ຮູ້ວ່າ: ອິດສະຣາແອນມີຜູ້ເສຍຊີວິດປະມານ 1.200 ຄົນ.