ການເຕີບໂຕຂອງເສດຖະກິດອັງກິດໃນໄຕມາດທີ 3 ປີນີ້ຢຸດສະງັກ

2023-11-13 10:14:28 cri

ວັນທີ 10 ພະຈິກນີ້, ອົງການສະຖິຕິແຫ່ງຊາດອັງກິດໄດ້ປະກາດຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງອັງກິດໃນໄຕມາດທີ 3 ປີ 2023 ບໍ່ມີການເຕີບໂຕເມື່ອທຽບໃສ່ໄຕມາດຜ່ານມາ, ແຕ່ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຕໍ່ກັບກໍລະນີນີ້, ມີນັກເສດຖະສາດເຫັນວ່າ: ຕົວເລກຂໍ້ມູນຫຼ້າສຸດດັ່ງກ່າວໄດ້ຢືນຢັນໃຫ້ເຫັນຄວາມອ່ອນແອຂອງເສດຖະກິດອັງກິດ.

ທ່ານເຈຣິມີ ຮັນ ລັດຖະມົນຕີກະຊວງການເງິນອັງກິດກ່າວວ່າ: ໄພເງິນເຟີ້ສູງເປັນສິ່ງກີດຂວາງໃຫຍ່ທີ່ສຸດສຳລັບການເຕີບໂຕຂອງເສດຖະກິດອັງກິດ, ວິທີດີທີ່ສຸດເພື່ອເຮັດໃຫ້ເສດຖະກິດອັງກິດເຕີບໂຕຢ່າງຕໍ່ເນື່ອງແມ່ນຄວບຄຸມໄພເງິນເຟີ້ຕາມແຜນການ.