ຫຼາຍອົງການຈັດຕັ້ງສັງກັດອົງການ ສປຊ ຮຽກຮ້ອງໃຫ້ຍຸດຕິການໂຈມຕີທີ່ແນໃສ່ໂຮງໝໍຢູ່ເຂດກາຊາ

2023-11-13 11:04:15 CRI

 

   ວັນທີ 12 ພະຈິກນີ້, ຜູ້ຮັບຜິດຊອບປະຈໍາພາກພື້ນຂອງອົງການກອງທຶນປະຊາກອນແຫ່ງສະຫະປະຊາຊາດ, ອົງການກອງທຶນສໍາລັບເດັກແຫ່ງສະຫະປະຊາຊາດ ແລະ ອົງການອະນາໄມໂລກໄດ້ຮ່ວມກັນຮຽກຮ້ອງໃຫ້ນໍາໃຊ້ການເຄື່ອນໄຫວສາກົນຢ່າງຮີບດ່ວນ ເພື່ອຍຸດຕິການໂຈມຕີຢ່າງຕໍ່ເນື່ອງທີ່ແນໃສ່ໂຮງໝໍຢູ່ເຂດກາຊາ.


   ໃນມື້ດຽວກັນ, ຫົວໜ້າອົງການກອງທຶນປະຊາກອນແຫ່ງສະຫະປະຊາຊາດປະຈໍາເຂດປະເທດອາຣັບ, ຫົວໜ້າອົງການກອງທຶນສໍາລັບເດັກແຫ່ງສະຫະປະຊາຊາດປະຈໍາເຂດຕາເວັນອອກກາງ ແລະ ອາຟຣິກາເໜືອ ກັບ ຫົວໜ້າອົງການອະນາໄມໂລກປະຈໍາເຂດທະເລເມດີແຕຣາເນຕາເວັນອອກ ໄດ້ອອກຖະແຫຼງການຮ່ວມວ່າ: ຢູ່ເຂດກາຊາມີໂຮງໝໍຫຼາຍກວ່າເຄິ່ງໜຶ່ງຖືກປິດໄວ້. ສ່ວນໂຮງໝໍທີ່ຍັງຄົງດໍາເນີນງານຢູ່ນັ້ນພຽງແຕ່ສາມາດໃຫ້ການບໍລິການສຸກເສີນ, ການຜ່າຕັດ ແລະ ການບໍລິການຕິດຕາມຄົນເຈັບອາການໜັກໃນລະດັບທີ່ຈໍາກັດທີ່ສຸດເທົ່ານັ້ນ. ຂະນະທີ່ປະຊາຊົນຈໍານວນຫຼາຍພັນຄົນທີ່ພວມລີ້ໄພຢູ່ໂຮງໝໍ ແລະ ບໍລິເວນອ້ອມແອ້ມໂຮງໝໍນັ້ນຍັງຂາດນໍ້າ, ສະບຽງອາຫານ ແລະ ນໍ້າມັນເຊື້ອໄຟ. ຖະແຫຼງການໄດ້ລະບຸໂດຍເນັ້ນໜັກວ່າ: ປັດຈຸບັນນີ້ຕ້ອງໄດ້ນໍາໃຊ້ການເຄື່ອນໄຫວສາກົນ ເພື່ອຮັບປະກັນໃຫ້ບັນລຸການຢຸດຍິງແບບມະນຸດສະທໍາໃນທັນທີ, ກອບກູ້ຊີວິດຂອງປະຊາຊົນພ້ອມທັງປ້ອງກັນບໍ່ໃຫ້ລະບົບການປິ່ນປົວທີ່ເຫຼືອຢູ່ເຂດກາຊານັ້ນຖືກຜົນເສຍຫາຍຕື່ມອີກ.


   ອີງຕາມຂໍ້ມູນທີ່ອົງການອະນາໄມໂລກເປີດເຜີຍໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 7 ຕຸລາຜ່ານມາຫາວັນທີ 12 ພະຈິກນີ້, ຢູ່ເຂດກາຊາໄດ້ມີການໂຈມຕີທີ່ແນໃສ່ສິ່ງກໍ່ສ້າງສາທາລະນະສຸກຢ່າງໜ້ອຍ 137 ຄັ້ງ, ເຮັດໃຫ້ມີຜູ້ເສຍຊີວິດເຖິງ 521 ຄົນ ແລະບາດເຈັບ 686 ຄົນ, ໃນນັ້ນມີພະນັກງານແພດໝໍເສຍຊີວິດ 16 ຄົນ ແລະ ບາດເຈັບ 38 ຄົນ.