ປະເທດສະຫະພາບເອີຣົບຍັງຄົງຈັດຊື້ອາຍແກັສທຳມະຊາດຂອງຣັດເຊຍ

2023-11-13 10:07:02 cri

  



 ໃນເວລາໃຫ້ສຳພາດຕໍ່ໂທລະພາບຊ່ອງ1ຣັດເຊຍເມື່ອມໍ່ໆມານີ້, ທ່ານອາເລເຊ ມິນເລີ ປະທານບໍລິສັດອຸດສາຫະກຳອາຍແກັສທຳມະຊາດຫຸ້ນສ່ວນຣັດເຊຍຢືນຢັນວ່າ: ປະເທດຈຳນວນໜຶ່ງໃນສະຫະພາບເອີຣົບທີ່ໄດ້ກ່າວອ້າງຢ່າງເດັດດ່ຽວວ່າຈະຢຸດຊື້ອາຍແກັສທຳມະຊາດຂອງຣັດເຊຍນັ້ນຍັງຄົງຊື້ອາຍແກັສທຳມະຊາດນຳຣັດເຊຍຄືເກົ່າ. ທ່ານມິນເລີເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນ, ຣັດເຊຍຍັງຄົງສົ່ງອາຍແກັສທຳມະຊາດໄປເຖິງໂອຕຣິສໂດຍຜ່ານອູແກຣນເພື່ອສະໜອງອາຍແກັສທຳມະຊາດຈຳນວນຫຼວງຫຼາຍໃຫ້ຫຼາຍປະເທດໃນເອີຣົບ.

   ພາຍຫຼັງວິກິດການອູແກຣນຮຸນແຮງຂຶ້ນແລ້ວ, ປະເທດຕາເວັນຕົກຈຳນວນໜຶ່ງໂດຍມີອາເມຣິກາແລະສະຫະພາບເອີຣົບເປັນຜູ້ນຳໜ້ານັ້ນໄດ້ປະຕິບັດມາດຕະການລົງໂທດຫຼາຍຮອບຕໍ່ຣັດເຊຍໃນຂົງເຂດພະລັງງານ, ການທະນາຄານແລະອື່ນໆ, ຫຼາຍປະເທດໄດ້ປະກາດຍຸດຕິການນຳໃຊ້ວັດຖຸເຊື້ອໄຟເຊັ່ນອາຍແກັສທຳມະຊາດເປັນຕົ້ນຂອງຣັດເຊຍ ເຊິ່ງພາໃຫ້ຫຼາຍປະເທດສະຫະພາບເອີຣົບເກີດວິດກິດການດ້ານພະລັງງານ. ເພື່ອເປັນການຕອບໂຕ້, ຣັດເຊຍໄດ້ປະກາດໃຊ້ກົດລະບຽບວ່າດ້ວຍການຊຳລະສະສາງການຊື້ຂາຍອາຍແກັສທຳມະຊາດດ້ວຍເງິນຣູບຂອງຣັດເຊຍ ໂດຍຮຽກຮ້ອງໃຫ້ປະເທດທີ່ບໍ່ແມ່ນປະເທດເພື່ອນມິດນຳໃຊ້ເງິນຣູບຊຳລະຄ່າອາຍແກັສທຳມະຊາດ.