ຈີນຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນການສ້າງຕັ້ງເຂດປອດນິວເຄລຍແລະອາວຸດລ້າງຜານຂະໜາດໃຫຍ່ອື່ນໆຢູ່ເຂດຕາເວັນອອກກາງ

2023-11-14 10:43:10 CRI

   ໃນເວລາປະກອບຄໍາເຫັນຕໍ່ກອງປະຊຸມຄັ້ງທີ 4 ວ່າດ້ວຍການສ້າງຕັ້ງເຂດປອດນິວເຄລຍ ແລະ ອາວຸດລ້າງຜານຂະໜາດໃຫຍ່ອື່ນໆຢູ່ເຂດຕາເວັນອອກກາງເມື່ອວັນທີ 13 ພະຈິກນີ້, ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຈີນປະຈໍາອົງການສະຫະປະຊາຊາດຢືນຢັນວ່າ: ໃນຖານະທີ່ເປັນໜຶ່ງໃນຂອດສໍາຄັນຂອງກົນໄກສັນຕິພາບຕາເວັນອອກກາງ, ພາຍໃຕ້ສະພາບການໃນປັດຈຸບັນນີ້, ການທີ່ປະຊາຄົມໂລກເພີ່ມທະວີການສະໜັບສະໜູນຕໍ່ການສ້າງຕັ້ງເຂດປອດນິວເຄລຍ ແລະອາວຸດລ້າງຜານຂະໜາດໃຫຍ່ອື່ນໆຢູ່ເຂດຕາເວັນອອກກາງນັ້ນ, ຍິ່ງມີບົດບາດເລັ່ງດ່ວນ ແລະ ສໍາຄັນຕໍ່ການຊຸກຍູ້ໃຫ້ປະເທດຢູ່ເຂດຕາເວັນອອກກາງບັນລຸຄວາມປອງດອງ ແລະ ການຮ່ວມມືກໍຄືຕໍ່ການຊຸກຍູ້ຂະບວນການສັນຕິພາບຢູ່ເຂດຕາເວັນອອກກາງ.


   ທ່ານ ເກີງສວາງ ກ່າວຕື່ມວ່າ: ບັນຫາອາວຸດລ້າງຜານຂະໜາດໃຫຍ່ເຊັ່ນ: ອາວຸດນິວເຄລຍເປັນຕົ້ນ ເປັນປັດໄຈສໍາຄັນທີ່ເຮັດໃຫ້ເຂດຕາເວັນອອກກາງມີຄວາມໄວ້ເນື້ອເຊື່ອໃຈກັນບໍ່ພຽງພໍ ພ້ອມທັງມີຜົນກະທົບຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນມາໂດຍຕະຫຼອດ. ຈີນສະໜັບສະໜູນຕໍ່ການສ້າງຕັ້ງເຂດປອດນິວເຄລຍ ແລະ ອາວຸດລ້າງຜານຂະໜາດໃຫຍ່ອື່ນໆຢູ່ເຂດຕາເວັນອອກກາງ, ເນື່ອງຈາກຈີນເຫັນວ່າການກະທໍາດັ່ງກ່າວຈະເປັນຜົນດີຕໍ່ການສະກັດກັ້ນບໍ່ໃຫ້ອາວຸດລ້າງຜານຂະໜາດໃຫຍ່ແຜ່ຜາຍ, ພ້ອມທັງຈະປົກປັກຮັກສາຄວາມໜ້າສັກສິດ ແລະ ປະສິດທິຜົນຂອງລະບົບປ້ອງກັນບໍ່ແຜ່ຜາຍອາວຸດນິວເຄລຍສາກົນ, ຫຼຸດຜ່ອນການແຂ່ງຂັນກໍາລັງອາວຸດ ແລະ ຄວາມສ່ຽງທີ່ອາດຈະເກີດການປະທະກັນ, ເພື່ອສະໜອງສິ່ງຮັບປະກັນດ້ານກົນໄກອັນສໍາຄັນໃຫ້ກັບການບັນລຸຄວາມສະຫງົບຢ່າງຖາວອນຂອງພາກພື້ນ.